Welcome, Guest.

ຈຂກທ. ກະທູ້: ປະກວດອອກແບບໂລໂກ້ ບໍລິສັດ ຕົ້ງ ກໍ່ສ້າງຄົບວົງຈອນ ຈຳກັດ  (ອ່ານ 695 ເທື່ອ)

0 ຄົນ ແລະ 1 ຂາສັນຈອນ ກຳລັງເບິ່ງກະທູ້ນີ້.

ອອບໄລ nixsona

  • ຫົວຫນ້າແກ໊ງ
  • Full Member
  • ***
  • ໂພສ: 126
  • ເພດ: ຊາຍ
  • ມັນ-ຄື-ນົກ-ສິບ
    • nixsona
    • nixsona
    • GM
ບໍລິສັດ ຕົ້ງ ກໍ່ສ້າງຄົບວົງຈອນ ຈຳກັດ ແມ່ນບໍລິສັດໜື່ງທີ່ດຳເນີນທຸລະກິດທາງດ້ານການກໍ່ສ້າງທຸກປະເພດໃນທົ່ວປະເທດ ນອກຈາກນັ້ນຍັງມີບໍລິສັດໃນເຄືອອີກຫລາຍບໍລິສັດ ແລະ ຫລາຍຂະແໜງການທຸລະກິດ ເຊັ່ນ ກໍ່ສ້າງ ຂົວ-ທາງ, ການຄ້າ, ບໍແຮ່, ໂຮງແຮມ, ສູນການຄ້າ, ທ່ອງທ່ຽວ ແລະ ຕະຫລາດ ໃຫ້ເປັນກຸ່ມດຽວໃນເຄືອບໍລິສັດ ດັງນັ້ນ ພວກເຮົາຈິ່ງຕ້ອງການນັກອອກແບບມືອາຊີບ ຫລື ຜູ້ທີມີຄວາມສົນໃຈທາງດ້ານການອອກແບບ ເພື່ອອອກແບບໂລໂກໃໝ່ຂອງບໍລິສັດ ໃຫ້ມີຄວາມໂດດເດັນແລະທັນສະໄໝ. ໂລໂກທີ່ໄດ້ຮັບການຄັດເລືອກນຳໃຊ້ທາງບໍລິສັດພວກເຮົາຈະມີເງີນລາງວັນໃຫ້ສູງເຖີງ 16,888,888.00 ກີບ

ລາຍລະອຽດໃນການອອກແບບຄື:

ຊື່ບໍລິສັດໃໝ່: THB Group Company Limited (ໝາຍຄວາມວ່າຕ້ອງການໃຫ້ອອກແບບ THB ໃຫ້ເປັນສັນຍາລັກທີ່ໂດດເດັ່ນເປັນພິເສດ)

ສົ່ງແບບໂລໂກພ້ອມລາຍລະອຽດຂອງຕົນເອງໃນການຕິດຕໍ່ໄດ້ທີສຳນັກງານໃໝ່ ຫລືທາງ ອີເມລ

ສອບຖາມຂໍ້ມູນເພີ່ມເຕີມຕິດຕໍ່

ບໍລິສັດຕົ້ງກໍ່ສ້າງຄົບວົງຈອນ ຈຳກັດ

ບ້ານ ສີສະຫວາດ ຖະໜົນ ອາຊຽນ ເມືອງ ຈັນທະບູລີ ນະຄອນຫລວງວຽງຈັນ

ປິດຮັບ 15/01/2012

ລາຍລະອຽດຕິດຕໍ່ກັບເຂົ້າເບິ່ງໄດ້ໃນ http://lao-advertising.com/?p=2681

Tiny URL: