Welcome, Guest.

ຈຂກທ. ກະທູ້: ມີປັນຫາໃນການພິມຟອນທ໌ hongkad ໃນ CorelDraw  (ອ່ານ 774 ເທື່ອ)

0 ຄົນ ແລະ 2 ຂາສັນຈອນ ກຳລັງເບິ່ງກະທູ້ນີ້.

ອອບໄລ souvanthong

  • Newbie
  • *
  • ໂພສ: 4
  • ສະມາຊິກ ກຣາຟິກມີ
ມີປັນຫາໃນການພິມຟອນທ໌ hongkad ໃນ CorelDraw
« ເມື່ອ: ທັນວາ 09, 2010, 03:11:16 PM »
ສະບາຍດີທ່ານຜູ້ມີຄວາມຮູ້ທັງຫຼາຍ, ຂ້າພະເຈົ້າຢາກຂໍຄວາມຊ່ວຍເຫລືອ ກ່ຽວກັບການປັບ Font Hongkad ແຕ່ລະປະເພດໃຫ້ພິມຖືກຕາມ ແປ້ນຄີບອດດ໌ຢູ່ໃນໂປຣແກຣມ CorelDraw, ເພາະບາງ Font hongkad ພິມຖືກຕາມອັກຂະຣະ ພາສາລາວ ຢູ່ຄີບອດດ໌, ບາງ Font ໂຕ "ກ" ເປັນໂຕ "ຖ", ມີວິທີໃດແດ່ທີ່ຈະຊ່ວຍຂ້າພະເຈົ້າ!

ຂໍຂອບໃຈຢ່າງຍິ່ງ

ອອບໄລ nixsona

  • ຫົວຫນ້າແກ໊ງ
  • Full Member
  • ***
  • ໂພສ: 114
  • ເພດ: ຊາຍ
  • ມັນ-ຄື-ນົກ-ສິບ
    • nixsona
    • nixsona
    • GM
Re: ມີປັນຫາໃນການພິມຟອນທ໌ hongkad ໃນ CorelDraw
« ຕອບກັບ #1 ເມື່ອ: ທັນວາ 10, 2010, 12:09:51 AM »
ປົກກະຕິພິມດ້ວຍຟອນຕ໌ຕົວນັ້ນກັບໂປຣແກຣມອື່ນເປັນແບບດຽວກັນຫລືບໍ່ ເຊັ່ນ photoshop ຫລື MS word
ແລ້ວພໍຈະບອກຊື່ຟອນຕ໌ໂຕນັ້ນໄດ້ຫລືບໍ່ ? ປົກກະຕິເຮົາບໍ່ໄດ້ໃຊ້ CorelDraw ເລີຍບໍ່ເຄີຍພົບບັນຫາໂຕນີ້.

ອອບໄລ souvanthong

  • Newbie
  • *
  • ໂພສ: 4
  • ສະມາຊິກ ກຣາຟິກມີ
Re: ມີປັນຫາໃນການພິມຟອນທ໌ hongkad ໃນ CorelDraw
« ຕອບກັບ #2 ເມື່ອ: ທັນວາ 10, 2010, 09:59:06 AM »
ສະບາຍດີ!
    ມັນຄືກັນ ຖ້າໃຊ້ກັບໂປຣແກຣມ Word ຫຼື ອື່ນ, ກາບໍ່ເຂົ້າໃຈ ເພາະວ່າ ຫົງກາດ ບາງຕົວພິມຖືກຕາມອັກສອນຢູ່ keyboard ບາງຕົວພິມກໍ່ເປັນລາຍໃໝ່ ບໍ່ຖືກກັນເລີຍ, ເຈົ້າລອງທົດສອບຢູ່ Word ກໍ່ໄດ້, ໄດ້ຍິນວ່າ ມີວິທີປັບຢູ່ໃນຄອມ ເພືອ່ໃຫ້ຫົງກາດ ພິມຖືກຕາມອັກສອນຢູ່ໃນຄີບອດດ໌ ໄດ້ໝົດ ໃຫ້ເຈົ້າທົດສອບຕົວໃດຕົວໜຶ່ງກາໄດ້ຢູ່ໃນ ຄອມຂອງເຈົ້າເອງ, ແລະ ຈະຂອບໃຈຢ່າງຍິ່ງທີ່ ແນະນຳວິທີແກ້ໄຂໃຫ້ແກ່ຂ້າພະເຈົ້າ!

ອອບໄລ nixsona

  • ຫົວຫນ້າແກ໊ງ
  • Full Member
  • ***
  • ໂພສ: 114
  • ເພດ: ຊາຍ
  • ມັນ-ຄື-ນົກ-ສິບ
    • nixsona
    • nixsona
    • GM
Re: ມີປັນຫາໃນການພິມຟອນທ໌ hongkad ໃນ CorelDraw
« ຕອບກັບ #3 ເມື່ອ: ທັນວາ 10, 2010, 02:37:30 PM »
ຊັ້ນກໍເປັນນຳຟອນຕ໌ ຫົງກາດເປັນຟອນຕ໌ຍຸກທຳອິດ ມາດຕະຖານຂອງຕຳແຫນ່ງເທິງແປ້ນພິມຈຶ່ງບໍ່ຄືແບບທີ່ເຮົາໃຊ້ໃນປັດຈຸບັນ ແລະກໍເປັນ unicode ຂອງ ອັງກິດອີກ
ມາດຕະຖານຕອນນັ້ນແມ່ນອີກຕາມພາສາອັງກິດ ຕົວຢ່າງ T ຈະແມ່ນຕົວ ທ shift + T ກໍຈະໄດ້ຕົວ ຕ, A ຈະແມ່ນສະຫລະ ະ shift + A ກໍຈະໄດ້ສະຫລະ າ ປະມານນັ້ນ. ແຕ່ມາດຕະຖານປັດຈຸບັນແມ່ນ ອີກຕາມແປ້ນພິມພາສາໄທ ກໍຄືຕົວທີ່ຖືກໃຊ້ເລື້ອຍຈະຢູ່ແຖວກາງໆ ເປັນຕົ້ນ.

ສຳລັບວິທີແກ້ ຫາກຕ້ອງໃຊ້ຟອນຕ໌ນັ້ນເລື້ອຍໆ ກໍລອງປ່ຽນຕຳແຫນ່ງດ້ວຍໂປຣແກຣມພວກ fontlab ຫລື font creator ອາດຈະເສຍເວລາຫນ້ອຍຫນຶ່ງ ເພາະຕົ້ນເຫດເກີດຈາກຕົວຟອນຕ໌. ແຕ່ຫາກ souvanthong ມີເວລາກໍສາມາດພັດທະນາຟອນຕ໌ກັບພວກເຮົາໃນຊຸມຊົນນິ້ກໍໄດ້ ຍິນດີຕ້ອນຮັບທຸກໆຄົນ.

ອອບໄລ souvanthong

  • Newbie
  • *
  • ໂພສ: 4
  • ສະມາຊິກ ກຣາຟິກມີ
Re: ມີປັນຫາໃນການພິມຟອນທ໌ hongkad ໃນ CorelDraw
« ຕອບກັບ #4 ເມື່ອ: ທັນວາ 10, 2010, 08:54:53 PM »
ຂອບໃຈຫຼາຍໆ nixsona;
  ຂ້າພະເຈົ້າຂໍຂອບໃຈ ສຳຫຼັບຄຳແນະນຳທີ່ດີໆ ແລະ ມີສາລະແນວນີ້! ແຕ່ຂ້າພະເຈົ້າຍັງງົງໆຫນ້ອຍໜຶ່ງສຳຫຼັບ Fonlab & font Creator, ເຮົາຈະໃຊ້ມັນແນວໃດ! ໝາຍຄວາມວ່າ: ຕິດຕັ້ງແລ້ວ ເຮົາຈະໄປແປງໂຄດ ມັນແນວໃດໃຫ້ເຂົ້າກັນກັບ Keyboard ແລະ ຖືກຕາມອັກຂະຣະ;ເພາະບໍ່ມີປະສົບການມາກ່ອນ(ຂໍຄຳແນະນຳ)
  ເລື່ອງກ່ຽວກັບການເຂົ້າຮ່ວມພັດທະນາຟອນທ໌ ນຳພວກເຈົ້ານັ້ນແມ່ນຂ້າພະເຈົ້າເຕັມໃຈ ແລະ ຢາກເຂົ້າຮ່ວມສຸດຂີດ, ແຕ່ຢ້ານວ່າ ຄືຊິຕອບສະໜອງຕາມຄວາມຕ້ອງການ ຂອງພວກເຈົ້າບໍ່ໄດ້ເຕັມເມັດເຕັມໜ່ວຍ ເພາະເວລາຂອງຂ້າພະເຈົ້າອາດຈະບໍ່ມີພຽງພໍ ແລະ ຕ້ອງໄດ້ຮັບຜິດຊອບຫຼາຍໆດ້ານ ບໍວ່າ ຈະເປັນທາງດ້ານວຽກງານປະຈຸບັນ ກໍ່ຄືຄອບຄົວ,
  ຂໍຂອບໃຈ ຫຼາຍໆສຳຫຼັບຄຳຮັບເຊີນ, ແຕ່ຂໍໃຫ້ຂ້ອຍເປັນສ່ວນໜຶ່ງທີ່ໄດ້ຮັບຮູ້ ແລະ ເຫັນດີເຖິງຜົນສຳເລັດຂອງທີມງານພວກເຈົ້າ

ອອບໄລ nixsona

  • ຫົວຫນ້າແກ໊ງ
  • Full Member
  • ***
  • ໂພສ: 114
  • ເພດ: ຊາຍ
  • ມັນ-ຄື-ນົກ-ສິບ
    • nixsona
    • nixsona
    • GM
Re: ມີປັນຫາໃນການພິມຟອນທ໌ hongkad ໃນ CorelDraw
« ຕອບກັບ #5 ເມື່ອ: ທັນວາ 10, 2010, 11:17:29 PM »
ວິທີການໃຊ້ ໂປຣແກຣມແປງຟອນຕ໌ ແມ່ນໃຫ້ເປີດຟອນຕ໌ຕົວທີ່ມີບັນຫານັ້ນຂຶ້ນມາ ແລະ ກໍເປີດຟອນຕ໌ຕົວປົກກະຕິເພື່ອໃຊ້ອ້າງອິງຕຳແຫນ່ງຕົວອັກຂະຫລະ ຈາກນັ້ນກໍໃຫ້ປ່ຽນຕຳແຫນ່ງເທື່ອລະຕົວ ໃນໂປຣແກຣມຈະມີລະຫັດຟອນຕ໌ໃຫ້ເບິ່ງ
ສົມມຸດວ່າເຮົາເບິ່ງຟອນຕ໌ປົກກະຕິ ກ ຈະມີລະຫັດ 001 ກໍໃຫ້ເຮົາຍ້າຍຕົວ ກ ຈາກຟອນຕ໌ທີ່ມີບັນຫານັ້ນ ມາໃສ່ຊ່ອງທີ່ມີລະຫັດ 001 (ໃນຟອນຕ໌ຊຸດດຽວກັນ) ແລ້ວກໍຍ້າຍຕົວທີ່ຢູ່ 001 ນັ້ນ ໄປບ່ອນໃຫມ່ຕາມລະຫັດມັນ ປະມານນັ້ນ.

Tiny URL: