ວິທີການນຳໃຊ້ເວັບບອດ
ການຕັ້ງກະທູ້ໃຫ້ຖືກກັບຫ້ອງທີ່ຈັດໄວ້ໃຫ້ນັ້ນ ຖືວ່າເປັນການກະທຳທີ່ເພິງກະທຳຢ່າງຍິ່ງ, ຖ້າຫາກຕັ້ງບໍ່ເຫມາະກັບຫ້ອງ ທາງທີມງານຂໍສະຫງວນສິດໃນການຍ້າຍໄປໃສ່ຫ້ອງທີ່ເຫັນວ່າເຫມາະສົມກວ່າ.
ລາຍລະອຽດຫ້ອງກະທູ້ຕ່າງໆ :
Graphicme Center : ຫມວດນີ້ຈະເບິ່ງເຫັນໄດ້ສະເພາະສະມາຊິກເທົ່ານັ້ນ
- Site News : ຫ້ອງນີ້ ທ່ານສາມາດຕິດຕາມຂ່າວສານຕ່າງໆໄດ້ຈາກທາງເວັບບອດ (ຕັ້ງກະທູ້ໄດ້ສະເພາະທີມງານ)
- Site Report : ຫ້ອງນີ້ ທ່ານສາມາດຕັ້ງກະທູ້ແຈ້ງເຕືອນບັນຫາຕ່າງໆ ໃນການນຳໃຊ້ເວັບບອດ ເພື່ອໃຫ້ທີມງານຮັບຮູ້ ແລະ ແກ້ໄຂໂດຍໄວ. (ຫ້ອງນີ້ເບິ່ງເຫັນໄດ້ສະເພາະສະມາຊິກເທົ່ານັ້ນ)
Media Zone : ຫມວດນີ້ເບິ່ງໄດ້ທັງສະມາຊິກ ແລະ ຜູ້ຢ້ຽມຊົມ
- General Design : ຫ້ອງນີ້ ທ່ານສາມາດຕັ້ງກະທູ້ບົດຄວາມ ຫລື ໂອ້ລົມເລື່ອງລາວຕ່າງໆ ທີ່ກ່ຽວກັບການອອກແບບ ບໍ່ວ່າຈະເປັນ ຜົນງານຂອງສິລະປິນ, ໂປຣແກຣມອອກແບບ, ທິດສະດີອອກແບບ ເປັນຕົ້ນ.
- Photoshop : ຫ້ອງນີ້ ທ່ານສາມາດຕັ້ງກະທູ້ບົດຄວາມ ຫລື ສົນທະນາກ່ຽວກັບການນຳໃຊ່ໂປຣແກຣມ Photoshop ເຊັ່ນ ບັນຫາທີ່ເກີດຂຶ້ນກັບຕົວໂປຣແກຣມ, ເທັກນິກໃນການນຳໃຊ້ ເປັນຕົ້ນ.
- Illustrator : ຫ້ອງນີ້ ທ່ານສາມາດຕັ້ງກະທູ້ບົດຄວາມ ຫລື ສົນທະນາກ່ຽວກັບການນຳໃຊ້ໂປຣແກຣມ Illustrator ເຊັ່ນ ບັນຫາທີ່ເກີດຂຶ້ນກັບຕົວໂປຣແກຣມ, ເທັກນິກໃນການນຳໃຊ້ ເປັນຕົ້ນ.
- CorelDRAW : ຫ້ອງນີ້ ທ່ານສາມາດຕັ້ງກະທູ້ບົດຄວາມ ຫລື ສົນທະນາກ່ຽວກັບການນຳໃຊ້ໂປຣແກຣມ CorelDRAW ບໍ່ວ່າຈະເປັນ ບັນຫາທີ່ເກີດຂຶ້ນກັບຕົວໂປຣແກຣມ, ເທັກນິກໃນການນຳໃຊ້ ເປັນຕົ້ນ.
- Line CAD: ຫ້ອງນີ້ ທ່ານສາມາດຕັ້ງກະທູ້ບົດຄວາມ ຫລື ສົນທະນາກ່ຽວກັບການນຳໃຊ້ໂປຣແກຣມແຕ້ມແບບຈຳພວກ Microsoft Visio, Auto CAD, Archi CAD ເປັນຕົ້ນ.
- 3D & Animation : ຫ້ອງນີ້ ທ່ານສາມາດຕັ້ງກະທູ້ບົດຄວາມ ຫລື ສົນທະນາກ່ຽວກັບເລື່ອງລາວຕ່າງໆ ໃນການສ້າງງານ 3 ມິຕິ ແລະ ເອນິເມຊັ່ນ ເຊັ່ນ ໂປຣແກຣມທີ່ໃຊ້, ເທັກນິກການສ້າງ ເປັນຕົ້ນ.
- Web Design : ຫ້ອງນີ້ ທ່ານສາມາດຕັ້ງກະທູ້ບົດຄວາມ ຫລື ສົນທະນາກ່ຽວກັບການອອກແບບເວັບໄຊທ໌, ການນຳໃຊ້ theme ສຳລັບ CMS ຕ່າງໆ, ການນຳໃຊ້ CSS ເປັນຕົ້ນ.
- Suggestion : ຫ້ອງນີ້ ທ່ານສາມາດຕັ້ງແນະນຳສິ່ງທີ່ຫນ້າສົນໃຈຕ່າງໆໄດ້ ເຊັ່ນ ເວັບໄຊຕ໌, ໂປຣແກຣມ, ເກມ, ເພງ ເປັນຕົ້ນ.
Art Gallery : ຫມວດນີ້ເບິ່ງໄດ້ທັງສະມາຊິກ ແລະ ຜູ້ຢ້ຽມຊົມ
- Art Work Show : ຫ້ອງນີ້ ທ່ານສາມາດຕັ້ງກະທູ້ສະແດງຜົນງານພາບຂອງຕົນເອງ ໃຫ້ສະມາຊິກຄົນອື່ນໄດ້ຮັບຊົມກັນ.
- 3D & Animation Work : ຫ້ອງນີ້ ທ່ານສາມາດຕັ້ງກະທູ້ສະແດງຜົນງານພາບ 3 ມິຕິ ຫລື ພາບເຄື່ອນໄຫວຂອງຕົນເອງ ໃຫ້ສະມາຊິກຄົນອື່ນໄດ້ຮັບຊົມກັນ.
- Freebies Box : ຫ້ອງນີ້ເບິ່ງເຫັນໄດ້ສະເພາະສະມາຊິກເທົ່ານັ້ນ ທ່ານສາມາດຕັ້ງກະທູ້ແຈກໄຟລ໌ຟຣີ ທີ່ບໍ່ມີລິຂະສິດ ໃຫ້ສະມາຊິກຄົນອື່ນໄດ້ໃຊ້ກັນ ເຊັ່ນ font, art work file, program ເປັນຕົ້ນ.
Graphic Square : ຫມວດນີ້ເບິ່ງໄດ້ທັງສະມາຊິກ ແລະ ຜູ້ຢ້ຽມຊົມ
- Fresh Air Market : ຫ້ອງນີ້ ທ່ານສາມາດຕັ້ງກະທູ້ປະກາດຂາຍຂອງໄດ້ ເຊັ່ນ hand made product, idea product ເປັນຕົ້ນ.
- Jobs Announcement : ຫ້ອງນີ້ ທ່ານສາມາດຕັ້ງກະທູ້ປະກາດຮັບສະຫມັກງານ, ຫາເພື່ອນຮ່ວມງານ ບໍ່ວ່າຈະເປັນ ງານອິດສະຫລະ, ງານເສີມ ຫລື ງານປະຈຳ.
- Event Calendar : ຫ້ອງນີ້ ທ່ານສາມາດຕັ້ງກະທູ້ປະກາດງານຕ່າງໆ ໃຫ້ສະມາຊິກຄົນອື່ນໄດ້ຮັບຮູ້ນຳກັນ ເຊັ່ນ ກິດຈະກຳ, ງານວາງສະແດງ, ນິທັດສະການ, ການແຂ່ງຂັນຕ່າງໆ ເປັນຕົ້ນ.
Coffee Shop : ຫມວດນີ້ເບິ່ງໄດ້ທັງສະມາຊິກ ແລະ ຜູ້ຢ້ຽມຊົມ
- Talk Inside : ຫ້ອງນີ້ເບິ່ງເຫັນໄດ້ສະເພາະສະມາຊິກເທົ່ານັ້ນ ທ່ານສາມາດຕັ້ງກະທູ້ສົນທະນາຕາມພາສາສະມາຊິກເວັບບອດຂອງພວກເຮົາ.
- Talk Outside : ຫ້ອງນີ້ ທ່ານສາມາດຕັ້ງກະທູ້ສົນທະນາແບບບໍ່ມີປະເດັນ (ຜູ້ຢ້ຽມຊົມ ສາມາດເບິ່ງເຫັນໄດ້).
ທັ້ງນີ້ທັ້ງນັ້ນ ໃນອະນາຄົດ ທາງທີມງານອາດຈະໄດ້ເພີ່ມຫ້ອງກະທູ້ ຕາມຄວາມເຫມາະສົມ ແລະ ຄວາມຕ້ອງການ

