Tag Archives: graphicme

New Lao Font : Lao-Zombie Font from GraphicME

New Lao Font : Lao-Zombie Font from GraphicME

Posted on 21. Jan, 2012 by .

5

ຫລັງຈາກທີ່ປ່ອຍໄວ້ໃນ GraphicME group ໄດ້ໄລຍະຫນຶ່ງແລ້ວ ຕອນນີ້ເລີຍເອົາມາປ່ອຍໃຫ້ດາວນ໌ໂຫລດກັນໃນເວັບ ເຊິ່ງມາພ້ອມກັບລະບົບໃຫມ່ຂອງການດາວນ໌ໂຫລດໄຟລ໌ ເພື່ອຄວາມສະດວກເລີຍຈັດໃຫ້ດາວນ໌ໂຫລດໃນຫນ້າໂພສໄດ້ເລີຍ. ຕໍ່ກັບຟອນຕ໌ນີ້ ເປັນຟອນຕ໌ລອງຂອງ ທີ່ອອກແບບ ແບບຫຍາບໆ ເລື່ອງຂອງເລື່ອງກໍຄື ຊ່ວງນັ້ນ ໂປຣແກຣມ Ai (ທີ່ປົກກະຕິໃຊ້ສ້າງ graph)ໃຊ້ງານບໍ່ໄດ້ ກໍເລີຍລອງຂອງ ຜ່ານໂປຣແກຣມ fontlab ຫນ້າຕາກໍເປັນດັ່ງທີ່ເຫັນ. ຍັງນຶກບໍ່ອອກວ່າມັນຈະໃຊ້ງານຫຍັງໄດ້ແດ່ ໃຜເອົາໄປໃຊ້ແລ້ວ ເອົາຜົນງານມາໃຫ້ເບິ່ງແດ່.

Continue Reading

Lao Typeface Design Topic in Vientiane Barcamp 2011

Lao Typeface Design Topic in Vientiane Barcamp 2011

Posted on 22. Nov, 2011 by .

3

ຈົບລົງແລ້ວ ສຳລັບ ງານ ບາຣ໌ແຄັມວຽງຈັນ 2011 ເປັນຄັ້ງທີສອງ ຫລັງຈາກທີ່ຈັດເປັນຄັ້ງທຳອິດໃນນະຄອນຫລວງວຽງຈັນ ແລະ ປະເທດລາວ ໃນປີທີ່ຜ່ານມາ, ມ່ວນ ມ່ວນຈິງໆ ຈັງໆ ກ່ອນອື່ນຕ້ອງຂໍຖ້າວຄວາມໃຫ້ເຂົ້າໃຈນຳກັນກ່ອນວ່າ ງານ barcamp ມັນແມ່ນຫຍັງ ? barcamp ບໍ່ແມ່ນງານອອກແຄັມລຸຍປ່າ ແລະ ບໍ່ກໍໄດ້ກ່ຽວຫຍັງກັບບາຣ໌ເຫລົ້າບາຣ໌ເບຍ ແຕ່ຢ່າງໃດ ແຕ່ barcamp ແມ່ນງານສຳມະນາທີ່ບໍ່ເປັນທາງການ ທຸກຄົນໆມີສິດເຂົ້າຮ່ວມ ບໍ່ວ່າທ່ານຈະເປັນໃຜ ຢູ່ໃສ ນອກຫລືໃນປະເທດ ທ່ານກໍສາມາດເຂົ້າຮ່ວມງານໄດ້ແບບບໍ່ ມີເງື່ອນໄຂໃດໆ ໂດຍທີ່ຜູ້ເຂົ້າຮ່ວມຈະສາມາດເປັນຜູ້ຟັງ ຫລື ຜູ້ເວົ້າກໍໄດ້ ແລະ ສາມາດສະເຫນີຫົວຂໍ້ຂຶ້ນເວົ້າໄດ້ແບບອິດສະຫລະ ອາດເປັນຫົວຂໍ້ທີ່ທ່ານມີຄວາມຮູ້ ຄວາມຖະຫນັດ ຫລື ເປັນໂຄງການໃດຫນຶ່ງທີ່ທ່ານກຳລັງດຳເນີນການຢູ່ ແລ້ວຢາກແບ່ງປັນຄວາມຮູ້ ປະສົບການໃນເລື່ອງລາວນັ້ນໆ ໃນງານນີ້ໄດ້ເລີຍທັນທີ. ຫົວຂໍ້ອາດເປັນເລື່ອງທີ່ມີສາລະສຳຄັນ ຫລື ເລື່ອງລາວທົ່ວໄປ ກໍໄດ້ ຖ້າຫາກທ່ານຍັງບໍ່ທັນມີຫຍັງຢາກເວົ້າເທື່ອ ກໍສາມາດໄປເລືອກຮັບຟັງຫົວຂໍ້ທີ່ທ່ານຜູ້ອື່ນເວົ້າພຽງຢ່າງດຽວກໍໄດ້ເຊັ່ນກັນ ທີ່ສຳຄັນຄືມີຜູ້ເຂົ້າຮ່ວມຈາກຕ່າງປະເທດອີກດ້ວຍ(ນີ້ມັນງານອິນເຕີຊັດໆ).

Continue Reading

au8ust’s Interview : The Short Film “Calendar”

au8ust’s Interview : The Short Film “Calendar”

Posted on 25. May, 2011 by .

4

ຫາກໍຈົບໄປຫມາດໆ ສຳລັບເທດສະການຮູບເງົາສາກົນວຽງຈັນຄັ້ງທີ 2 ຫລື Vientianale International Film Festival 2011 ນອກຈາກຈະມີການສາຍຮູບເງົາ ຈາກທົ່ວໂລກແລ້ວ ງານນີ້ຍັງເປີດໂອກາດ ໃຫ້ກັບຜູ້ກຳກັບທັງມືອາຊີບ ແລະ ສະຫມັກຫລິ້ນໄດ້ ສະແດງຄວາມສາມາດ ໃນເລື່ອງຂອງສາຍງານຮູບເງົາ ໂດຍການຈັດປະກວດຮູບເງົາສັ້ນຂຶ້ນ, ທາງ graphicme ໄດ້ຮັບກຽດ(ໂດຍບໍ່ໄດ້ມອບຫມາຍ)ສຳພາດ au8ust ຜູ້ກຳກັບ ຮູບເງົາສັ້ນເລື່ອງ “Calendar” ເຊິ່ງເລື່ອງນີ້ຄວ້າໄປເຖິງສອງລາງວັນຄື

Continue Reading

1st Anniversary : Happy Birthday to GraphicME

1st Anniversary : Happy Birthday to GraphicME

Posted on 13. Apr, 2011 by .

4

Happy Birthday to (Graphic)ME – ຫນື່ງປີຜ່ານໄປ ໄວປານຂີ້ຕົວະ, ສຳລັບຫລາຍໆຄົນ ທີ່ຫາກໍຮູ້ຈັກບລັອກໆນີ້ ອາດຈະຍັງບໍ່ຮູ້ວ່າ ມັນແມ່ນເວັບຫຍັງ ? ຂຽນຂຶ້ນມາເພື່ອຫຍັງ ? ສັງຄົມຈະໄດ້ຫຍັງຈາກເວັບໆນີ້ ? … ຄົງບໍ່ເຖິງຂະຫນາດນັ້ນຕິເນາະ. 1 ປີ ຫາກເປັນເດັກ ກໍກຳລັງຫນ້າຮັກຫນ້າຊັງກັນເລີຍ (ຫວັງວ່າ graphicme ຈະເປັນແບບນັ້ນ) ສິ່ງທີ່ພວກເຮົານຳສະເຫນີ ຜ່ານເວັບບລັອກແຫ່ງນີ້ ເປັນບົດຄວາມທີ່ກ່ຽວກັບສິລະປະ ແລະ ການອອກແບບ ໂດຍທີ່ເນັ້ນຫນັກໄປທີ່ ກຣາຟິກ (Graphic Design) ເຊິ່ງເຫັນວ່າ ເປັນສາດຂອງສິນທີ່ຄົນຍຸກໃຫມ່ເຂົ້າເຖິງໄດ້ງ່າຍນັ້ນເອງ.

Continue Reading

Online Magazine : GraphicMag 2nd Issue – the Last Issue of Third Universe

Online Magazine : GraphicMag 2nd Issue – the Last Issue of Third Universe

Posted on 26. Jan, 2011 by .

3

ລາຍລະອຽດ​ :

* ສະບັບ : ທີສອງ
* ປະເພດໄຟລ໌ : .pdf
* ໄຟລ໌ດາວນ໌ໂຫລດ : .pdf (ຫນັກ 2 MB)
* ຈຳນວນຫນ້າ : 26 ຫນ້າ
* ລາຄາ : ຟຣີ

Continue Reading

Four Lao Fonts : New Year Gifts for Graphicme Fans

Four Lao Fonts : New Year Gifts for Graphicme Fans

Posted on 31. Dec, 2010 by .

8

ກ່ອນອື່ນຕ້ອງຂໍຂອບໃຈທຸກໆກຳລັງໃຈ ຈາກທຸກໆຄົນທີ່ຕິດຕາມແລະມີສ່ວນຮ່ວມກັບທາງ graphicme ມາໂດຍຕະຫລອດ ເຖິງວ່າທາງເວັບໄຊຕ໌ຈະກ້າວໄປແບບຊ້າໆ ຕາມເງື່ອນໄຂຕ່າງໆນາໆກໍຕາມ, ມາຮອດມື້ນີ້ທາງ ລາວກຣາຟິກສເປຊ ກໍກຳລັງກ້າວເຂົ້າສູ່ເດືອນທີເກົ້າ ເຊິງຖືວ່າຍັງເປັນນ້ອງຫມູ່ ສົດໆ ໃຫມ່ໆ ໃນວົງການເວັບໄຊຕ໌ລາວເຮົາ ເນື່ອງໃນໂອກາດປີໃຫມ່ທີ່ຈະມາຮອດນີ້ graphicme ມີຂອງຂວັນເລັກໆນ້ອຍໆ ນັ້ນຄື ຟອນຕ໌ລາວ ຈາກສະມາຊິກ ແລະ ຟອນຕ໌ຊຸດໃຫມ່ຈາກ graphicme.com ມາມອບໃຫ້.

Continue Reading

New Lao Font : Lao-KaoSod Font from Graphicme Teamwork

New Lao Font : Lao-KaoSod Font from Graphicme Teamwork

Posted on 07. Oct, 2010 by .

2

ລາຍລະອຽດ​ :

* ຊື່ : Lao-KaoSod
* ເວີຣ໌ເຊີນ : 1.0 BETA
* ປະເພດໄຟລ໌ : True Type Font
* ໄຟລ໌ດາວນ໌ໂຫລດ : .zip ຫນັກ 38.4 KB
* ລິຂະສິດ : ແຈກຟຣີ

Continue Reading

New Lao Font : Lao-NoName Font from Graphicme Teamwork

New Lao Font : Lao-NoName Font from Graphicme Teamwork

Posted on 29. Sep, 2010 by .

5

ເປັນຟອນຕ໌ລາຍມືທີ່ບໍ່ງ້າມບໍ່ງາມ ສ້າງມາແລ້ວບໍ່ຮູ້ຈະຕັ້ງຊື່ວ່າຫຍັງດີ ມັນກໍເລີຍໄດ້ຊື່ວ່າ NoName ໄປຕາມລະບຽບການ, ເອົາໄວ້ໄປໃຊ້ເປັນທາງເລືອກໃນການສ້າງງານພິມກັນລອງເບິ່ງ.

Continue Reading

Inside Body Wallpaper Set from Graphicme Teamwork

Inside Body Wallpaper Set from Graphicme Teamwork

Posted on 24. Sep, 2010 by .

1

ລາຍລະອຽດ

* ແນວຄວາມຄິດ : Inside Body
* ຂະຫນາດ : 1280 x 1024 ຈຳນວນ 6 ພາບ
* ໄຟລ໌ດາວນ໌ໂຫລດ : .zip ຫນັກ 3.01 MB
* ລິຂະສິດ : ແຈກຟຣີ

Continue Reading

Online Magazine : GraphicMag 1st Issue of the Year

Online Magazine : GraphicMag 1st Issue of the Year

Posted on 13. Aug, 2010 by .

13

ລາຍລະອຽດ​ :

* ສະບັບ : ທຳອິດ
* ປະຈຳໄຕມາດ : ທຳອິດ
* ປະເພດໄຟລ໌ : .pdf
* ໄຟລ໌ດາວນ໌ໂຫລດ : .pdf (ຫນັກ 365.6 KB)
* ຈຳນວນຫນ້າ : 10 ຫນ້າ
* ລາຄາ : ຟຣີ

Continue Reading