1st Anniversary : Happy Birthday to GraphicME
Posted on 13. Apr, 2011 by GraphicME Teamwork.
Happy Birthday to (Graphic)ME – ຫນື່ງປີຜ່ານໄປ ໄວປານຂີ້ຕົວະ, ສຳລັບຫລາຍໆຄົນ ທີ່ຫາກໍຮູ້ຈັກບລັອກໆນີ້ ອາດຈະຍັງບໍ່ຮູ້ວ່າ ມັນແມ່ນເວັບຫຍັງ ? ຂຽນຂຶ້ນມາເພື່ອຫຍັງ ? ສັງຄົມຈະໄດ້ຫຍັງຈາກເວັບໆນີ້ ? … ຄົງບໍ່ເຖິງຂະຫນາດນັ້ນຕິເນາະ. 1 ປີ ຫາກເປັນເດັກ ກໍກຳລັງຫນ້າຮັກຫນ້າຊັງກັນເລີຍ (ຫວັງວ່າ graphicme ຈະເປັນແບບນັ້ນ) ສິ່ງທີ່ພວກເຮົານຳສະເຫນີ ຜ່ານເວັບບລັອກແຫ່ງນີ້ ເປັນບົດຄວາມທີ່ກ່ຽວກັບສິລະປະ ແລະ ການອອກແບບ ໂດຍທີ່ເນັ້ນຫນັກໄປທີ່ ກຣາຟິກ (Graphic Design) ເຊິ່ງເຫັນວ່າ ເປັນສາດຂອງສິນທີ່ຄົນຍຸກໃຫມ່ເຂົ້າເຖິງໄດ້ງ່າຍນັ້ນເອງ.
Continue Reading
Pinkelnde Petra : Policewoman Sculpture by Marcel Walldorf
Posted on 15. Mar, 2011 by GraphicME Teamwork.
ເອເອຟພີ – ປະຕິມາກຳຊິລິໂຄນຕຳຫລວດຜູ້ຍິງກຳລັງນັ່ງຖ່າຍປັດສາວະ ກໍ່ກະແສຕໍ່ຕ້ານຢ່າງຮຸນແຮງໃນເຢຍລະມັນຫລັງຈັດສະແດງທີ່ຫໍສິນອັນມີ ຊື່ສຽງໄປເມື່ອເດືອນມັງກອນທີ່ຜ່ານມາ ທັງນີ້ຜົນງານປັ້ນດັ່ງກ່າວຍັງມີລາງວັນຊະນະເລີດຈາກສະຖາບັນ ສິລະປະອັນຊົງກຽດກາລັນຕີອີກດ້ວຍ
Continue Reading
Art Stage Singapore and Other Art Fairs in 2011
Posted on 26. Feb, 2011 by GraphicME Teamwork.
ເກາະນ້ອຍແຕ່ຄິດໃຫຍ່ຢ່າງສິງກະໂປ ເອົາຈິງກັບການເປັນແຫລ່ງນັດພົບທາງສິລະປະວັດທະນະທຳ ແຫ່ງເອເຊຍ ແລະ ກໍເຮັດໄດ້ດີອີກດ້ວຍ ໃນງານ Art Stage Singapore ທີ່ຜ່ານມາ. ເມື່ອເມືອງນ້ອຍໆຢ່າງສິງກະໂປ ເປີດສັກກະຫລາດຕ້ອນຮັບປີເຖາະດ້ວຍ ກິດຈະກຳຕ່າງໆ ຫລາກຫລາຍທີ່ເຮັດໃຫ້ ໃຜໆ ກໍມຸ່ງຫນ້າ ໄປຢ້ຽມເຢືອນ ໂດຍປະກາດຕົວຊັດເຈນ ສົມຄ່າຄຳໂຄສະນາທີ່ບໍ່ວ່າຈະເປັນ Uniquely Singapore, Live it up in Singapore! ຫລື Surprising Singapore ເພື່ອບອກວ່າ ກຳລັງກ້າວເຂົ້າສູ່ຄວາມເປັນເມືອງ ສ້າງສັນ ແລະມີສິ່ງບັນເທີງທຸກຂະແຫນງ ໂນ້ມນ້າວໃຫ້ນັກທ່ອງທ່ຽວ ຈາກທຸກມຸມໂລກ ເຂົ້າມາຫາປະສົບການໃຫມ່ໆ ດ້ວຍຄວາມຫມັ້ນໃຈ ອັນເຕັມປ່ຽມທີ່ຈະຄອງຄວາມເປັນ ສູນກາງຂອງທຸກກິດຈະກຳ ໃນພາກພື້ນເອເຊຍຕາເວັນອອກສຽງໃຕ້ໃນບໍ່ຊ້າ.
Continue Reading
The Color Tones in Trend for Women in Each Look
Posted on 20. Feb, 2011 by GraphicME Teamwork.
ອິດທິພົນຂອງສີແຕ່ລະໂທນສີ ແຝງໄປດ້ວຍຄວາມຫມາຍ ອີກທັງຜົນຂອງສີທີ່ມີຕໍ່ອາລົມ ສາມາດໃຊ້ເປັນປະໂຫຍດໃນຊີວິດປະຈຳວັນໄດ້ ໂດຍສະເພາະໃນບ່ອນເຮັດວຽກ ເພື່ອຊ່ວຍເສີມສ້າງ ແລະ ພັດທະນາຄວາມສຳພັນລະຫວ່າງເພື່ອນຮ່ວມງານ ຫລື ລະຫວ່າງຫົວຫນ້າກັບລູກນ້ອງ ເພື່ອການປ່ຽນແປງຄວາມຮູ້ສຶກ ຂອງຜູ້ອື່ນທີ່ມີຕໍ່ເຮົາໃນແງ່ຕ່າງໆ ລວມໄປເຖິງການເສີມສ້າງຄວາມຫມັ້ນໃຈ ແລະ ເພີ່ມຄວາມມີຊີວິດຊີວາໃຫ້ຕົນເອງ.
Continue Reading
New Strange Theory of Mona Lisa Painting
Posted on 19. Feb, 2011 by GraphicME Teamwork.
ສຳນັກຂ່າວຕ່າງປະເທດລາຍງານເມື່ອວັນທີ່ 3 ມັງກອນທີ່ຜ່ານມາວ່າ ຊິລວາໂນ່ ວິນເຊຕິ ປະທານຄະນະກຳມະການດ້ານມໍລະດົກ ວັດທະນະທຳຂອງອິຕາລີ ສະເໜີທິດສະດີໃໝ່ວ່າ ພາບໂມນາລິຊາ ຊຶ່ງກ່ອນໜ້ານີ້ເຊື່ອວ່າເປັນພາບຂອງນາງລິຊາ ເກີຣ໌ລາດິນີ ເມຍຂອງພໍ່ຄ້າຜ້າໄຫມຜູ້ລ້ຳລວຍຂອງອິຕາລີ ທີ່ແທ້ເປັນນາຍແບບຊາຍ ແລະອາດເປັນຄົນຮັກຂອງ ລີໂອນາໂດ ດາວິນຊີ ຈິດຕະກອນຊື່ດັງຂອງໂລກ ແລະ ຜູ້ຊ່ຽວຊານສາຂາຕ່າງໆ ໂດຍນາຍແບບຊາຍດັ່ງກ່າວ ໜ້າຈະເປັນແຮງບັນດານໃຈໃຫ້ດາວິນຊີ ສ້າງພາບນີ້ຂຶ້ນມາ
Continue Reading
Video : The Basic Font Creation with Illustrator and FontLab Studio
Posted on 15. Feb, 2011 by GraphicME Teamwork.
ບົດຄວາມນີ້ເປັນບົດຄວາມປະຖົມມະບົດທີ່ໃຊ້ video ໃນການສອນເລື່ອງລາວຕ່າງໆ ທີ່ກ່ຽວຂ້ອງກັບການອອກແບບ ຜ່ານເວັບບລັອກແຫ່ງນີ້, ປັດຈຸບັນເຮົາມີໂປຣແກຣມ ໃຫ້ເລືອກໃຊ້ຢູ່ຫລາກຫລາຍຕົວ ທັງທີ່ຟຣີ ແລະ ແບບເສຍເງິນຊື້ຄ່າແຮງຂອງໂປຣແກຣມເມີ ທີ່ຕັ້ງຫນ້າຕັ້ງຕາ ຂຽນໂປຣແກຣມເຫລົ່ານັ້ນມາ, ໂປຣແກຣມຄອມພິວເຕີ ກໍມີດ້ວຍກັນຫລາຍຮູບຫລາກແບບ ຫລາຍຈຸດປະສົງ ແລະ ຕອນທຳອິດນີ້ ເປັນການນຳສະເຫນີແນວທາງເບື້ງຕົ້ນ ຂອງການສ້າງຟອຕ໌ຜ່ານໂປຣແກຣມ Adobe Illustrator ກັບ FontLab Studio ເຊິ່ງເປັນວິທີດຽວກັນກັບທີ່ GraphicME ໃຊ້ອອກແບບຟອນຕ໌ລາວມາແຈກນັ້ນເອງ, ຕອນນີ້ຈະເປັນພຽງການສອນແບບ ຊື້ແສງສະຫວ່າງ ໃຫ້ເຫັນທາງ(ຂະຫນາດນັ້ນກັນເລີຍ) ໃຫ້ສຳລັບຜູ້ທີ່ສົນໃຈ, ມາເບິ່ງວິດີໂອກັນເລີຍ
Continue Reading
Create Your Own Brush in Adobe Photoshop
Posted on 13. Feb, 2011 by GraphicME Teamwork.
ໂພສກ່ອນໆຫນ້ານີ້ແມ່ນໄດ້ນຳສະເຫນີວິທີການໂຫລດ Brush ແລະ ວິທີສ້າງ, ບັນທຶກ ແລະ ໂຫລດ Pattern ສຳລັບໂປຣແກຣມ Adobe Photoshop ໄປແລ້ວ, ບົດຄວາມໂຕນີ້ຈະສອນວິທີການສ້າງ Brush ເອົາໄວ້ໃຊ້ເອງ ຫລື ຈະສ້າງເພື່ອແຈກຕາມເວັບໄຊຕ໌ຕ່າງໆກໍບໍ່ວ່າກັນ, ພາກສ່ວນຂອງການສ້າງ Brush ແມ່ນຈະແຕກຕ່າງຈາກ Pattern ເລັກນ້ອຍ.
Continue Reading
9 Valentine’s Day Gifts for Your Special Geek
Posted on 09. Feb, 2011 by GraphicME Teamwork.
ຊ່ວງເວລາພິເສດສຸດໃນຮອບປີຂອງຫລາຍໆຄູ່ຮັກ ຄົງຈະແມ່ນເດືອນກຸພານິ້ລະ ຈະເປັນເດືອນໃດ ຫລື ວັດທະນະທຳຊາດໃດກໍບໍ່ສຳຄັນ ຂໍໃຫ້ຄົນສອງຄົນ ນັ້ນຮັກກັນຈິງ ຄວາມຮັກຈຶ່ງຈະຍາວນານ, ສຳລັບຜູ້ທີ່ຍັງໂສດ ແນະນຳໃຫ້ຖືໂອກາດວັນວາເລັນໄທນ໌ ຫາຄົນຄົນຮູ້ໃຈ ມາຊ່ວຍປັດເປົ່າຄວາມເຫງົາໄປຈາກຊິວິດ ແລະ ການເຮັດໃຫ້ຄົນທີ່ເຮົາກຳລັງສົນໃຈຢູ່ປະທັບໃຈ ໃຊ້ວິທີນີ້ເລີຍ ຊື້ຂອງຂັວນໃຫ້ໃນວັນທີ 14 ແຕ່ການຈະຊື້ຂອງແພງໆໃຫ້ຄົນທີ່ຫາກໍຮູ້ຈັກ ມັນກໍເບິ່ງຈັ່ງໃດຢູ່ ຊື້ໃຫ້ຄົນທີ່ຮັກກັນມາດົນຂອງປະເພດພວກ ດອກໄມ້, ຊັອກໂກແລັດ, ອັນຍະມະນີ ກໍເບິ່ງທຳມະດາບ້ານໆເກີນໄປ ຫາກຄົນໆນັ້ນ geek ຕ່າງປະເທດ ເຂົາຄິດຂອງຂັວນແນວໆ ສຳລັບ computer nerd ໂດຍສະເພາະ ມາເບິ່ງກັນວ່າມີຫຍັງແດ່.
Continue Reading
Online Magazine : GraphicMag 2nd Issue – the Last Issue of Third Universe
Posted on 26. Jan, 2011 by GraphicME Teamwork.
ລາຍລະອຽດ :
* ສະບັບ : ທີສອງ
* ປະເພດໄຟລ໌ : .pdf
* ໄຟລ໌ດາວນ໌ໂຫລດ : .pdf (ຫນັກ 2 MB)
* ຈຳນວນຫນ້າ : 26 ຫນ້າ
* ລາຄາ : ຟຣີ
Continue Reading
The Way to Design a Good Logo Part 2
Posted on 24. Jan, 2011 by GraphicME Teamwork.
“ ໂລໂກ້ທີ່ດີ ຕ້ອງມີວິໄນ ຢູ່ໃນກົດຢ່າງເຂັ້ມງວດ ” ມາແລ້ວກັບຫລັກການອອກແບບໂລໂກ້ທີ່ດີ ຕອນທີ່ 2 ໂດຍໃນຕອນນີ້ ເຮົາຈະມາເວົ້າກັນເຖິງ ກົດຫລັກ 5 ຂໍ້ງ່າຍໆ ທີ່ນັກອອກແບບສ່ວນໃຫຍ່ໃນທົ່ວໂລກນຳໃຊ້ກັນ ອອກແບບໂລໂກ້ໃຫ້ມີປະສິດທິພາບ ກົງຄວາມຕ້ອງການຂອງລູກຄ້າ ຢ່າລືມອ່ານ ຫລັກການອອກແບບໂລໂກ້ທີ່ດີ ຕອນທີ່ 1 ກັນກ່ອນ.








