ການອະນຸຍາດ

ເພື່ອຄວາມເຂົ້າໃຈໃນການນຳໃຊ້ໄຟລ໌ທັງຫລາຍແຫລ່ທີ່ດາວນ໌ໂຫລດຈາກ graphicme.com ນັບທັງຈາກແຫລ່ງດາວນ໌ໂຫລດອື່ນໆ ທັງທີ່ເປັນເວັບຂອງລາວເຮົາ ແລະ ຂອງຕ່າງປະເທດ, ທາງກຣາຟິກມີຈຶ່ງຕັ້ງໃຈໄດ້ຂຽນບົດຄວາມນີ້ຂຶ້ນ.

ໃນໂລກອີນເຕີຣ໌ເນັຕ ນອກຈາກທີ່ເຮົາຈະຕິດຕໍ່ສົນທະນາກັບບຸນຄົນອື່ນ ຫລື ບໍລິໂພກຂໍ້ມູນຂ່າວສານຕ່າງໆເທິງຫນ້າເວັບ ບໍ່ວ່າຈະເປັນບົດຄວາມ, ພາບ, ສຽງ ຫລື ທັງພາບ ແລະ ສຽງ ດັ່ງວີດິໂອ ທີ່ມີໃຫ້ເຮົາເຂົ້າເຖິງໄດ້ຢ່າງສະດວກ ທັງຍັງຫລາກຫລາຍໃນຮູບແບບເນື້ອຫາ, ເຮົາຍັງສາມາດດາວນ໌ໂຫລດໄຟລ໌ເຫລົ່ານັ້ນ ເຊິ່ງກໍມີທັງທີ່ແຈກແບບຟຣີໆ ກັບ ແບບທີ່ຕ້ອງ ໄດ້ຈົກກະເປົາຈ່າຍຊື້ມາ, ສຳລັບຂໍ້ມູນຫລືໄຟລ໌ທີ່ມີໃຫ້ດາວນ໌ໂຫລດກັນກໍຫລາກຫລາຍເຊັ່ນກັນ ທັງ software, program, mp3, video, wallpaper ແລະ ອື່ນໆອີກຫລາຍ ລາຍການ ແຕ່ນັ້ນກໍບໍ່ສຳຄັນວ່າທ່ານຈະໄດ້ມັນມາດ້ວຍຮູບແບບໃດ ສິ່ງທີ່ທ່ານດາວນ໌ໂຫລດມານັ້ນ ກໍລ້ວນແລ້ວແຕ່ມີລິຂະສິດທັງມວນ.

ການທີ່ເຮົາດາວນ໌ໂຫລດສິ່ງໃດສິ່ງຫນຶ່ງມາແບບຟຣີໆ

ບໍ່ໄດ້ຫມາຍຄວາມວ່າເຮົາສາມາດເຮັດຫຍັງກໍໄດ້ກັບສິ່ງໆນັ້ນ

ຄຳວ່າລິຂະສິດ ກໍບໍ່ໄດ້ຫມາຍຄວາມວ່າຕົວວັດຖຸຈະຕ້ອງຈົດທະບຽນ ຈຶ່ງຈະຖືວ່າມີລິຂະສິດ, ສິ່ງຂອງທີ່ແຈກກັບຕາມອິນເຕີຣ໌ເນັດ ລ້ວນແລ້ວແຕ່ເກີດຂຶ້ນຈາກສີມື ທີ່ຫລອມລວມ ກັບຄວາມຄິດຂອງມະນຸດ ສະນັ້ນ ທຸກໆໄຟລ໌ ທຸກໆຂໍ້ມູນທີ່ທ່ານເຫັນ ແລະ ນຳໃຊ້ກໍຍ່ອມຈະມີລິຂະສິດດ້ວຍກັນທັງນັ້ນ ເຂົ້າໃຈອີກໄນຫນຶ່ງ ພວກມັນຄື ຊັບສິນທາງປັນຍາ ຢ່າງຫນຶ່ງ, ຍັງບໍ່ທັນນັບອີກວ່າແຕ່ລະເວັບທີ່ແຈກຂອງນັ້ນ ມີຂໍ້ຕົກລົງໃນການນຳໃຊ້ໄຟລ໌ ຄືແນວໃດ ຮ້າຍແຮງຍິ່ງໄປກວ່ານັ້ນ ບາງກໍລະນິ ອາດຈະເຖິງຂັ້ນມີກົດຫມາຍເຂົ້າມາກ່ຽວຂ້ອງ ແລະ ຄຸ້ມຄອງໂດຍກົງ.

ເຫດເພາະວ່າ ການສົ່ງຖ່າຍຂໍ້ມູນທາງເຄື່ອຂ່າຍອິນເຕີຣ໌ເນັຕ ສາມາດເຮັດໄດ້ຢ່າງງ່າຍດາຍ ເຮົາຈຶ່ງມັກຈະເຫັນ ການຄັດລອກບົດຄວາມຈາກເວັບຫນຶ່ງ ໄປສູ່ອີກເວັບຫນຶ່ງ ກັນເປັນປະຈຳ, ບາງທີເຈົ້າຂອງບົດຄວາມ ອາດຈະບໍ່ໄດ້ຫວງແຫນເຖິງຂັ້ນບໍ່ຢາກໃຫ້ເອົາໄປເຜີຍແຜ່ສູ່ເວັບອື່ນ ແຕ່ຕາມມາລະຍາດທີ່ຄວນກະທຳ  ກໍຄວນຈະອ່ານ ຂໍ້ກຳນົດຕ່າງໆຈາກເວັບນັ້ນ ບາງເວັບອາດຈະລະບຸໄວ້ຢ່າງຊັດເຈນວ່າຈະຕ້ອງໄດ້ຮັບອະນຸຍາດກ່ອນ ຫລື ບອກໄວ້ວ່າສາມາດເຜີຍແຜ່ໄດ້ ແຕ່ຕ້ອງໃຫ້ credit ເວັບດ້ວຍ, ບາງຄັ້ງກໍອາດຈະບໍ່ສະດວກຕິດຕໍ່ກັບເຈົ້າຂອງເວັບໄດ້ໂດຍກົງ ແຕ່ຍາກສົ່ງຕໍ່ບົດຄວາມໃຫ້ບຸກຄົນອື່ນໆໄດ້ອ່ານກັນ ຖ້າຫາກນຳບົດຄວາມໄປໂພສຕ໌ ໃນເວັບຕົນເອງ ຫລື ເວັບໄຊຕ໌ແຫ່ງອື່ນໆ ຄວນຈະຕິດແຫລ່ງທີ່ມາພ້ອມກັບລິ້ງກັບມາຫາບົດຄວາມຕົ້ນສະບັບດ້ວຍ.

ການທີ່ທ່ານຖືກແນມວ່າເກັ່ງ ຈາກການສ້າງສັນບົດຄວາມໃດຫນຶ່ງ ອາດຈະຖືກປ່ຽນມາເປັນການແນມວ່າທ່ານປຽບດັ່ງຫົວຂະໂມຍ ເມື່ອຜູ້ຄົນທັງຫລາຍຮູ້ໃນພາຍຫລັງວ່າ ທ່ານບໍ່ໄດ້ຂຽນບົດຄວາມນັ້ນດ້ວຍຕົວທ່ານເອງ ແຕ່ເປັນການໄປລັກເອົາຜົນງານຂອງຜູ້ອື່ນມາແອບອ້າງ, ທາງທີ່ດີກໍຄວນຈະປະຕິບັດຕາມທີ່ໄດ້ບອກມາຂ້າງເທິງນັ້ນ. ຄົງບໍ່ມີໃຜຕໍ່ວ່າທ່ານ ຫາກທ່ານຈະເປັນຄົນມັກແບ່ງປັນບົດຄວາມທີ່ມີເນື້ອຫາສາລະ ໃຫ້ກັບຫມູ່ເພື່ອນໄດ້ອ່ານກັນແບບຖືກຕ້ອງຕາມທີ່ຜູ້ຊົມໃຊ້ອິນເຕີຣ໌ເນັຕພຶງກະທຳ.

ສະຫລຸບສັ້ນໆວ່າ ເຮົາຄວນຈະນຳໃຊ້ຂໍ້ມູນຂ່າວສານ ແລະ ໄຟລ໌ຕ່າງໆ ຕາມຂອບເຂດທີ່ເຈົ້າຂອງຜົນງານໄດ້ກຳນົດໄວ້ ຫາກບໍ່ແນ່ໃຈກໍໃຫ້ສອບຖາມສາກ່ອນ ມັນບໍ່ພຽງ ສະແດງອອກວ່າທ່ານ ມີຄວາມເຄົາລົບ ຕໍ່ກັບພວກເຂົາ ແຕ່ມັນຍັງເປັນການເຮັດໃຫ້ພວກເຂົາເຫລົ່ານັ້ນມີກຳລັງໃຈ ສ້າງສັນຜົນງານອອກມາ ໃຫ້ພວກເຮົາໄດ້ເລືອກໃຊ້ ອີກດ້ວຍ.