Wacom’s Inkling Captures What You Draw On Paper Digitally
Posted on 31. Aug, 2011 by GraphicME Teamwork in Featured, Video, World News
Wacom ໄດ້ເປິດຕົວຜະລິດຕະພັນຕົວໃຫມ່ ທີ່ຫນ້າທຶ້ງ ມີຊື່ວ່າ “Inkling” ເຊິ່ງເຈົ້າຫມໍນີ້ ລັກສະນະເປັນ ປາກກາສະເກັດແບບດີຈິຕອລ ໃຊ້ເພື່ອບັນທຶກພາບ ທີ່ເຮົາແຕ້ມໃສ່ປຶ້ມ ຫລື ເຈ້ຍຫຍັງກໍໄດ້ ແລ້ວມັນຈະຖືກບັນທຶກ ໃນຮູບແບບດີຈິຕອລ ແບບອັດຕະໂນມັດ ແບບເສັ້ນຕໍ່ເສັ້ນ ໂດຍພຽງແຕ່ຫນີບເຈ້ຍທີ່ຈະແຕ້ມ ໃສ່ກັບຕົວຮັບຂໍ້ມູນ ແລະໃຊ້ຄູ່ກັບ Inkling Digital Pen ຕໍ່ຈາກນັ້ນກໍໂອ້ນເຂົ້າຄອມ ເພື່ອໄປແຕ່ງສີຕີແບບ ຕາມຮູບແບບຂອງໃຜມັນ ໃນພາຍຫລັງໄດ້.

Inkling set
ທາງ Wacom ບອກວ່າ Inkling ຍັງມີຄຸນະສົມບັດອີກຢ່າງຄື ໃຫ້ຜູ້ແຕ້ມສາມາດສ້າງເລຍ໌ເຢີຣ໌ ໃນຮູບແບບໄຟລ໌ດີຈິຕອລໄດ້ນຳ ໃນຂະນະທີ່ແຕ້ມ ໂດຍການກົດປຸ່ມພຽງປຸ່ມດຽວ. Inkling ປະກອບໄປດ້ວຍເຊັນເຊິ ແລະ ຕົວປາກາກແບບຮັບນ້ຳຫນັກການກົດ ໄດ້ເຖິງ 1024 ລະດັບ ຕົວເຊັນເຊິ ໃຊ້ສຽງອັລຕຣາໂຊນິກ ແລະ ອິນຟຣາເຣດ ໂດຍໃຊ້ງານຕໍ່ເນື່ອງໄດ້ເຖິງ 8 ຊົ່ວໂມງ ແລະ ໃຊ້ເວລາສາກຫນ້ອຍກວ່າ 3 ຊົ່ວໂມງ ເຊິ່ງສາມາດແປງໄປເປັນ JPEG, BMP, TIFF, PNG, SVG ແລະ PDF.

Inkling sketching
Wacom ມີແຜນວາງຈຳຫນ່າຍທົ່ວໂລກ ໃນເດືອນຫນ້າ, ວາງຂາຍໃນອາເມຣິກາກາງເດືອນກັນຍານີ້. ສະຫງວນລາຄາທີ່ 199 $US ຫລືປະມານ 1,600,000 ກີບ
ບົດຄວາມອື່ນໆ:
-
Joehunt_
-
Joehunt_









