The First Lao Artists Honor Ranked Ceremony

The First Lao Artists Honor Ranked Ceremony

Posted on 20. May, 2011 by in Featured, World News

ຖືວ່າເປັນຂ່າວດີສຳລັບສິນລະປິນລາວຜູ້ຊົງຄຸນນະວຸດ ໃນສາຂາຕ່າງໆ ເນື່ອງຈາກທາງກະຊວງຖະແຫລງຂ່າວ ແລະ ວັດທະນະທຳຈະໄດ້ຈັດພິທີມອບນາມມະຍົດ ໃຫ້ກັບສິນລະປິນ ຜູ້ສ້າງສັນຜົນງານ ອັນມີຄຸນຄ່າ ໃຫ້ກັບຊາດລາວຂອງພວກເຮົາ ເຊິ່ງພິທີດັ່ງກ່າວນີ້ຈະໄດ້ຈັດຂຶ້ນໃນຄ່ຳຄືນວັນທີ 25 ພຶດສະພາ 2011 ນີ້ ທີ່ຫໍວັດທະນະທຳແຫ່ງຊາດ ສາມາດເຂົ້າຮ່ວມຊົມໂດຍບໍ່ເສຍຄ່າ.

ການມອບລາງວັນນາມມະຍົດຄັ້ງປະຫວັດສາດນີ້ ແບ່ງອອກເປັນ ສາມ ຂະແຫນງໃຫຍ່ ຄື

  1. ວິຈິດສິນ
  2. ວັນນະກຳ
  3. ການສະແດງ

ໂດຍແບ່ງເປັນ ສອງ ປະເພດຄື

  • ສິນລະປິນດີເດັ່ນ
  • ສິນລະປິນແຫ່ງຊາດ

ຈຳນວນຜູ້ທີ່ໄດ້ຮັບນາມມະຍົດມີດັ່ງນີ້

  • ສິ­ນລະ​ປິນ​ດີ­ເດັ່ນ​ສາຂາ​ວິ­ຈິດສິນ​ມີ 12 ທ່ານ ຍິງ 2 ທ່ານ
  • ສິ­ນລະ​ປິນ​ດີ­ເດັ່ນ​ສາ­ຂາ​ວັນ­ນະກຳ​ມີ 20 ທ່ານ  ຍິງ 2 ທ່ານ
  • ສິນລະ​ປິນ​ດີ­ເດັ່ນ​ສາຂາ​ການ​ສະແດງ​ມີ 55 ທ່ານ ຍິງ 23 ທ່ານ
  • ສິ­ນລະ​ປິນ​ແຫ່ງ​ຊາດ​ສາ­ຂາວິ­ຈິດ​ສິນ ມີ 15 ທ່ານ (ຜູ້ຊາຍທັງຫມົດ)
  • ສິ­ນລະ​ປິນ​ແຫ່ງຊາດ​ສາ­ຂາວັນ­ນະ­ກຳ​ມີ 10 ທ່ານ ຍິງ 1 ທ່ານ
  • ສີ​ນລະ​ປິນ​ແຫ່ງ​ຊາດ​ສາ­ຂາການ­ສະ­ແດງ​ມີ 37 ທ່ານ ຍິງ 9 ທ່ານ

ສຳ­ລັບ​ຜູ້​ທີ່​ໄດ້​ຮັບ​ນາມ­ມະ­ຍົດ​ເປັນ​ສິ­ນລະ​ປິນ​ແຫ່ງຊາດ​ ໃນ​ຈຳ­ນວນ 62 ທ່ານ ​ຈະ​ໄດ້ຮັບ​ລາ­ງວັນ​ເປັນ​ເງິນ­ສົດ​ ຜູ້​ລະ 5.000.000 ກີບ ແລະ ຜູ້​ທີ່​ໄດ້ຮັບ​ນາມ­ມະ­ຍົດ​ເປັນ​ສິ­ນລະ​ປິນ​ດີ ເດັ່ນຈຳນວນ 87  ທ່ານ ຈະ​ໄດ້ຮັບ​ລາ­ງວັນ​ເປັນ​ເງິນ­ສົດ​ ຜູ້​ລະ 3.000.000 ກີບ.

ຜູ້ທີ່ຈະໄດ້ຮັບນາມມະຍົດສິນລະປິນດີເດັ່ນນີ້ ຕ້ອງໄດ້ຜ່ານການປະຕິບັດຫນ້າທີ່ວຽກງານນັບ 10 ປີຂຶ້ນໄປ ພ້ອມທັງມີຜົນງານ ໂດດເດັ່ນຕົວຈິງ ທາງດ້ານວຽກງານວິຊາການ ທີ່ຕົນເອງຮັບຜິດຊອບ ເປັນທີ່ຍອມຮັບຂອງສັງຄົມ, ນາມມະຍົດນີ້ເປັນນາມມະຍົດທາງ ດ້ານວິຊາການ. ໃນ 2 ປີໃດຈະຈັດພິທີມອບນາມມະຍົດ ໃຫ້ສິນລະປິນດີເດັ່ນຂຶ້ນເທື່ອຫນຶ່ງ, ໃນເທື່ອນີ້ສິນລະປິນກິດຕິມະສັກລະດັບ ຊາດຈະໄດ້ຮັບລາງວັນມີ ທ່ານ ໄກສອນ ພົມວິຫານ ສາຂາສິນລະປະກຳ, ສະເດັດເຈົ້າ ສຸພານຸວົງ ໄດ້ຮັບລາງວັນສາຂາ ສະຖາປັດຕະຍະກຳ, ທ່ານ ພູມີ ວົງວິຈິດ ໄດ້ຮັບລາງວັນສາຂາວັນນະກຳ ນອກຈາກນັ້ນກໍ່ຍັງມີສິລະປິນຜູ້ອື່ນໆອີກໄດ້ຮັບລາງວັນ ເຊັ່ນດຽວກັນ.

​ບົ​ດຄວາມ​ອື່ນໆ:

Tags: , , , , , , ,