Online Magazine : GraphicMag 2nd Issue – the Last Issue of Third Universe

Online Magazine : GraphicMag 2nd Issue – the Last Issue of Third Universe

Posted on 26. Jan, 2011 by in E-Books, Featured, Freebies

ລາຍລະອຽດ​ :

  • ສະບັບ : ທີສອງ
  • ປະເພດໄຟລ໌ : .pdf
  • ໄຟລ໌ດາວນ໌ໂຫລດ : .pdf (ຫນັກ 2 MB)
  • ຈຳນວນຫນ້າ : 26 ຫນ້າ
  • ລາຄາ : ຟຣີ


ແທນ ແທ່ນ ແທ໊ນ… GraphicMe ພໍໃຈສະເຫນີ GraphicMag ສະບັບທີສອງ ອອງ ອອງ ອອງ… (echo)

ຫນ້າປົກ

ໃນທີ່ສຸດສະບັບທີສອງກໍຫລຸດລອດ ອອກມາໃຫ້ໄດ້ອ່ານກັນແລ້ວ ເຊິ່ງນະເວລານີ້ GraphicMag ໄດ້ກາຍມາເປັນວາລະສານແຫ່ງຊາດ* ແລ້ວເດີ້. ໃນຄວາມເປັນຈິງແລ້ວ ສະບັບນີ້ຊ້າຈາກກຳນົດການໄປຫລາຍເຕີບ ອັນເປັນເຫດເຮັດໃຫ້ ເນື້ອຫາບາງອັນແທນທີ່ຈະ update ເລື່ອງລາວຕ່າງໆໃຫ້ໄດ້ຮູ້ ກັບກາຍເປັນວ່າ out of date ແທນ :P ເນື້ອຫາບາງຕົວແມ່ນເກັບຈາກ ບລັອກເນື່ອງຈາກບໍ່ໄດ້ແຈກສະເພາະໃນເວັບ ແຕ່ເອົາໄປແຈກໃນບ່ອນອື່ນນຳ.

ຕົວຢ່າງບາງຫົວຂໍ້ / preview

  • ສາລະສຳຄັນ : CG ແມ່ນຫຍັງ ? ຫຍັງແມ່ນ CG ?
  • ກົດ ແລະ ເກນ : ດຳລັດວ່າດ້ວຍເຄື່ອງຫມາຍການຄ້າ
  • ໂຊແດ່ : ຄົນລາວກໍເຮັດໄດ້
  • ຍ່າງສວນກະແສ : ຈະເກີດຫຍັງຂຶ້ນເມື່ອຄວາມເຊື່ອ ປາສະຈາກເຫດຜົນ ?

ຂ່າວຮ້າຍຄື ສະບັບນີ້ເປັນສະບັບທີສອງ ແລະ ສະບັບສຸດທ້າຍໃນໂລກທີສາມ ໂດຍທີ່ບໍ່ຮູ້ວ່າຈະມີສະບັບຫນ້າຫລືບໍ່, ແຕ່ຂ່າວດີຄື ມີຂ່າວແວ່ວໆວ່າ ໃນອະນາຄົດອັນໃກ້(ຫລືບາງທີອາດຈະໄກ) ເຮົາກຳລັງຈະມີວາລະສານອີກຄ້າຍມາໃຫ້ອ່ານ ນັ້ນຄື Variety Magazine ຈາກ iroza ເອົາເປັນວ່າ ຕິດຕາມກັນຕໍ່ໄປ.

ສຸດທ້າຍ ຫາກດາວນ໌ໂຫລດໄປອ່ານກັນແລ້ວ ມັກ ບໍ່ມັກ ຈັ່ງໃດກໍລົງຄຳເຫັນໃນຫນ້ານີ້ນຳກັນແດ່ເດີ້ ແລະ ຝາກຊ່ວຍກັນປະຊາສຳພັນຫນ້ານີ້ດ້ວຍ :D

*ຫາຄຳຕອບໄດ້ໃນເຫລັ້ມ

​ບົ​ດຄວາມ​ອື່ນໆ:

Tags: , , , ,

  • au8ust

    omg ມື້ກີ້ເບິ່ງບໍ່ເຫັນລິ້ງດາວໂຫລດ ມັນໂຕໃຫຍ່ໂພດ ແຕ່ບໍ່ມີໄອຄອນທາງໜ້າ ຫະຫະຫະ

  • Graphicme Teamwork

    ແມ່ນໃດເນາະ ຫະຫະ ໄວ້ເອົາໃສ່

  • Quatum

    ໂອ້ ຄັກໆໆ….