au8ust’s Interview : The Short Film “Calendar”

au8ust’s Interview : The Short Film “Calendar”

Posted on 25. May, 2011 by in Featured, Video

ຫາກໍຈົບໄປຫມາດໆ ສຳລັບເທດສະການຮູບເງົາສາກົນວຽງຈັນຄັ້ງທີ 2 ຫລື Vientianale International Film Festival 2011 ນອກຈາກຈະມີການສາຍຮູບເງົາ ຈາກທົ່ວໂລກແລ້ວ ງານນີ້ຍັງເປີດໂອກາດ ໃຫ້ກັບຜູ້ກຳກັບທັງມືອາຊີບ ແລະ ສະຫມັກຫລິ້ນໄດ້ ສະແດງຄວາມສາມາດ ໃນເລື່ອງຂອງສາຍງານຮູບເງົາ ໂດຍການຈັດປະກວດຮູບເງົາສັ້ນຂຶ້ນ, ທາງ graphicme ໄດ້ຮັບກຽດ(ໂດຍບໍ່ໄດ້ມອບຫມາຍ)ສຳພາດ au8ust ຜູ້ກຳກັບ ຮູບເງົາສັ້ນເລື່ອງ “Calendar” ເຊິ່ງເລື່ອງນີ້ຄວ້າໄປເຖິງສອງລາງວັນຄື

  1. WINNER Short film Vientianale International Film Festival 2011
  2. Best Young Filmmaker International Film Festival 2011

ຕ້ອງບອກວ່າ ບໍ່ທຳມະດາ ນັ້ນຄືເຫດຜົນທີ່ພວກເຮົາເລືອກ ແລະ ໄດ້ບົດສຳພາດສັ້ນໆນີ້ມາ

ບົດສຳພາດ ທະນະວໍລະກິດ ກຸນທະວັດພິນໂຍ

GraphicME : ຢາກໃຫ້ເວົ້າເຖິງແຮງບັນດານໃຈໃນການຂຽນບົດ “Calendar”
au8ust
: Calendar ເປັນໜັງແນວທົດລອງ (Experimental film) ທີ່ສ້າງຂຶ້ນຈາກໄອເດຍໜັງຍາວ ທີ່ຄຶດຢາກເຮັດ ແຕ່ມັນມີຄວາມຊັບຊ້ອນຫຼາຍ ແລະ ເມື່ອພະຍາຍາມຂຽນເທົ່າໃດ ມັນກໍຊັບຊ້ອນຫຼາຍຂຶ້ນ ຈົນຂຽນຕໍ່ບໍ່ໄດ້ ກໍເລີຍມາເຮັດເປັນໜັງສັ້ນ ໂດຍກ່ອນໜ້ານີ້ກໍເຮັດຄ້າຍໆ ກັນມາແລ້ວເລື່ອງນຶ່ງ ແລະ ເລື່ອງນີ້ (Calendar) ກໍເປັນອີກຄວາມພະຍາຍາມນຶ່ງ ທີ່ຈະສ້າງໜັງຍາວ ໂດຍເລີ່ມຈາກໜັງຍາວທີ່ສັ້ນກ່ອນ.

GraphicME : ນັບຕັ້ງແຕ່ຄິດບົດ ຖ່າຍທຳ ຈົນອອກມາເປັນຫນັງສັ້ນສົມບູນ ໃຊ້ເວລາ ແລະ ດຳເນີນການກັນແນວໃດ ?
au8ust : ເລີ່ມຄຶດໂຄງການນີ້ແມ່ນ ຕັ້ງແຕ່ຕອນໄດ້ຍິນຂ່າວງານ Vientianale ຄັ້ງທີ 2 ກັນໃໝ່ໆ ກໍພະຍາຍາມຄຶດບົດເລື່ອງທີ່ມັນກົງກັບ theme ຂອງງານປີນີ້ ກໍຄື Yesterday, today, tomorrow ກໍເລີຍມາລົງກັບໄອເດຍໜັງແນວທົດລອງ ເຊິ່ງໃນເບື້ອງຕົ້ນ ບົດມັນບໍ່ໄດ້ເປັນແບບນີ້ ແລະ ສາກຮວມເຖິງສະພາບແວດລ້ອມຕ່າງໆ ກໍຕ່າງໄປຫຼາຍ ແລະ ແນ່ນອນ ຊື່ໜັງກໍບໍ່ແມ່ນຊື່ນີ້ເທື່ອ ຕອນນັ້ນຍັງເປັນໂຄງການຊື່ໜັງ 2099 ແຕ່ວ່າຕໍ່ມາ ມີທີມງານອອກຈາກທີມໄປຄົນນຶ່ງ ກໍເລີຍຕ້ອງໄດ້ປ່ຽນແນວທາງໃໝ່ ຈົນມາເປັນແບບປັດຈຸບັນນີ້. ໂດຍຂັ້ນຕອນການຖ່າຍທຳ ກໍແມ່ນປະມານ 1 ມື້ນອກສະຖານທີ່ ແລ້ວກໍອີກ 2-3 ມື້ໃນສະຖານທີ່ ຕັດຕໍ່ກັນ 2-3 ມື້ຮວມແລ້ວປະມານອາທິດນຶ່ງ ສົງມື້ສຸດທ້າຍທີ່ປິດຮັບພໍດີ.

GraphicME : ຄວາມຮູ້ສຶກຫລັງຈາກທີ່ຮູ້ວ່າ Calendar ໄດ້ລາງວັນຊະນະເລີດ ເປັນແນວໃດ ?
au8ust : ອັນທີ່ຈິງ Calendar ກໍບໍ່ໄດ້ເປັນໜັງທີ່ດີເລີດເລີຍໃນຄວາມຄຶດ ແລະ ຄວາມຮູ້ສຶກຂອງຜູ່ສ້າງ ພຽງແຕ່ມັນອາດຈະເຂົ້າກັບ theme ຂອງງານປີນີ້ທີ່ສຸດ ໂດຍທີ່ບໍ່ hard sell ຈົນເກີນໄປ ດັ່ງນັ້ນ ທັນທີທີ່ໄດ້ຮູ້ວ່າ ໄດ້ຮາງວັນ ຈຶ່ງຮູ້ສຶກວ່າ ເຮົາຕ້ອງເຮັດໃຫ້ດີກວ່ານີ້ໃນຄັ້ງຕໍ່ໄປ ຈຶ່ງຈະບໍ່ຮູ້ສຶກຜິດ.

GraphicME : ແລ້ວຫນັງສັ້ນເລື່ອງອື່ນໆທີ່ສົ່ງເຂົ້າປະກວດເດະ ເປັນແນວໃດ ?
au8ust : ໜັງເລື່ອງອື່ນໆ ໃນຄວາມຄຶດຂອງຕົນເອງນັ້ນ ຈະມີລັກສະນະອ່າວວ່າ ນຳສະເໜີແບບກົງໄປກົງມາຈົນເກີນໄປ ຜູ່ຊົມບໍ່ຈຳເປັນຕ້ອງຄຶດຫຍັງຫຼາຍ ເພາະການເດີນເລື່ອງນັ້ນ ເປັນເສັ້ນຊື່ ເຮັດໃຫ້ເກືອບຈະບໍ່ຕ້ອງລຸ້ນຫຍັງກັນເລີຍ. ຢ່າງໃດກໍດີ ກໍມີໜັງຫຼາຍໆ ເລື່ອງທີ່ມີຄວາມໂດດເດັ່ນ ເຊັ່ນໜັງເລື່ອງ So Long Island ເປັນຕົ້ນ (ຂໍອະໄພຫາກຈື່ຊື່ຜິດ).

GraphicME : ມີຄວາມຄິດເຫັນແນວໃດ ກັບງານ Vientianale International Film Festival ເຊິ່ງຄັ້ງນີ້ເປັນຄັ້ງທີສອງແລ້ວ ?
au8ust : ງານ Vientianale (ທຳອິດຫຼົງອ່ານວ່າ “ວຽງຈັນນາລີ”) ນັບວ່າເປັນງານທີ່ດີ ດ້ວຍວ່າພະຍາຍາມທີ່ຈະຊຸກຍູ້ ປຸກລະດົມ ແລະ ສົ່ງເສີມໃຫ້ໄວໜຸ່ມລາວ ມີຄວາມຄຶດ ແລະ ຄວາມພະຍາຍາມຈະສ້າງໜັງດີໆຂຶ້ນ ກໍຫວັງວ່າ ອີກສອງປີຂ້າງໜ້າຈະມີອີກ ແລະມີເລື້ອຍໆໄປ.

GraphicME : ຢາກຝາກຫຍັງເຖິງນ້ອງໆ ຜູ້ທີ່ສົນໃຈຢາກຈະເປັນຜູ້ກັບກຳຫນັງ ຫລື ຊ່າງພາບມືອາຊີບ
au8ust : ສຳລັບສິ່ງທີ່ຢາກຝາກເຖິງບັນດາອ້າຍນ້ອງ ທີ່ມັກ ຮັກ ແລະສົນໃຈ ຫຼືຢາກເຮັດຜົນງານດ້ານຟີມ ກໍແມ່ນຢາກໃຫ້ແນໃສ່ພື້ນຖານ ບໍ່ວ່າຈະເປັນເລື່ອງເລັກໆ ນ້ອຍໆ ຫຼືເລື່ອງໃຫຍ່ໆ ກໍບໍ່ສາມາດຂາດພື້ນຖານທີ່ດີໄດ້ ປຽບຄືກັບເຮືອນໃຫຍ່ທີ່ມີເສົານ້ອຍ ມັນກໍບໍ່ສາມາດຮັບນ້ຳໜັກຂອງເຮືອນໃຫຍ່ໄດ້ ເຊິ່ງພື້ນຖານຂອງຂະແໜງການຕ່າງໆ ກໍປຽບດັ່ງເສົາເຮືອນ ຫາກວ່າເຮົາມີເສົາທີ່ແຂງແຮງ ກໍເທົ່າກັບມີພື້ນຖານທີ່ດີ ສາມາດຮອງຮັບວຽກງານອັນໃຫຍ່ໄດ້ ຄືກັບເສົາເຮືອນໃຫຍ່ ທີ່ສາມາດຮອງຮັບນ້ຳໜັກຂອງເຮືອນຫຼັງໃຫຍ່ໄດ້ນັ້ນເອງ.


Calendar

 

 


ເຂົ້າເບິ່ງຮູບເບື້ອງຫລັງການຖ່າຍທຳໄດ້ໃນ Behind Calendar
ເຂົ້າອ່ານຂ່າວເພີ່ມເຕີມໄດ້ໃນ Best Young Filmmaker award

​ບົ​ດຄວາມ​ອື່ນໆ:

Tags: , , , , , , , , ,

  • http://graphicme.com/ nixsona

    8 ສິງຫາ 2011 -> 8-8-2011 -> 88 + 2011 = 2099 ?

  • Phatnitha

    ໂຫໆ ທັນໃຈແທ້
    ແຕ່ກະຂໍຊົມເຊີຍດັງໆອີກເທື່ອຫນຶ່ງ ສຳລັບຄວາມຫມັ້ນຄົງໃນອຸດົມການ ຊົມເຊີຍ
    ຕໍ່ໄປມັນຈະດີຂຶ້ນກວ່ານີ້ຢ່າງແນ່ນອນ!
    ສູ້ໆ

  • honey_nouth2009

    ຢາກຝາກຫຍັງເຖິງນ້ອງໆ ຜູ້ທີ່ສົນໃຈຢາກຈະເປັນຜູ້ກັບກຳຫນັງ ຫລື ຊ່າງພາບມືອາຊີບ… ຄຳຕອບຈາກຄຳຖາມນີ້ ເປັນຄະຕິ ສອນໃຈ ໄດ້ດີ ເລີຍ ແມ່ນລະ ຖ້າພື້ນຖານບໍ່ແຂງແຮງ ເຮົາຈະລົງມືເຮັດງານໃຫຍ່ ກໍ່ບໍ່ສຳເລັດ ໄດ້ແນ່ນອນການທີ່ຈະເປັນຊ່າງພາບ ມັນຕ້ອງລົງທຶນ ແລະ ຄົ້ນຄ້ວາ ບໍ່ມີວັນສີ້ນສຸດ

  • Toon_Se7en

    ເກ່ງຫລາຍອາຈານຂ້ອຍເດີ້ ນິ…