Archive for 'Learned'

Video : The Basic Font Creation with Illustrator and FontLab Studio

Video : The Basic Font Creation with Illustrator and FontLab Studio

Posted on 15. Feb, 2011 by .

7

ບົດຄວາມນີ້ເປັນບົດຄວາມປະຖົມມະບົດທີ່ໃຊ້ video ໃນການສອນເລື່ອງລາວຕ່າງໆ ທີ່ກ່ຽວຂ້ອງກັບການອອກແບບ ຜ່ານເວັບບລັອກແຫ່ງນີ້, ປັດຈຸບັນເຮົາມີໂປຣແກຣມ ໃຫ້ເລືອກໃຊ້ຢູ່ຫລາກຫລາຍຕົວ ທັງທີ່ຟຣີ ແລະ ແບບເສຍເງິນຊື້ຄ່າແຮງຂອງໂປຣແກຣມເມີ ທີ່ຕັ້ງຫນ້າຕັ້ງຕາ ຂຽນໂປຣແກຣມເຫລົ່ານັ້ນມາ, ໂປຣແກຣມຄອມພິວເຕີ ກໍມີດ້ວຍກັນຫລາຍຮູບຫລາກແບບ ຫລາຍຈຸດປະສົງ ແລະ ຕອນທຳອິດນີ້ ເປັນການນຳສະເຫນີແນວທາງເບື້ງຕົ້ນ ຂອງການສ້າງຟອຕ໌ຜ່ານໂປຣແກຣມ Adobe Illustrator ກັບ FontLab Studio ເຊິ່ງເປັນວິທີດຽວກັນກັບທີ່ GraphicME ໃຊ້ອອກແບບຟອນຕ໌ລາວມາແຈກນັ້ນເອງ, ຕອນນີ້ຈະເປັນພຽງການສອນແບບ ຊື້ແສງສະຫວ່າງ ໃຫ້ເຫັນທາງ(ຂະຫນາດນັ້ນກັນເລີຍ) ໃຫ້ສຳລັບຜູ້ທີ່ສົນໃຈ, ມາເບິ່ງວິດີໂອກັນເລີຍ

Continue Reading

9 Valentine’s Day Gifts for Your Special Geek

9 Valentine’s Day Gifts for Your Special Geek

Posted on 09. Feb, 2011 by .

0

ຊ່ວງເວລາພິເສດສຸດໃນຮອບປີຂອງຫລາຍໆຄູ່ຮັກ ຄົງຈະແມ່ນເດືອນກຸພານິ້ລະ ຈະເປັນເດືອນໃດ ຫລື ວັດທະນະທຳຊາດໃດກໍບໍ່ສຳຄັນ ຂໍ​ໃຫ້ຄົນສອງຄົນ ນັ້ນຮັກກັນຈິງ ຄວາມຮັກຈຶ່ງຈະຍາວນານ, ສຳລັບຜູ້ທີ່ຍັງໂສດ ​ແນະນຳໃຫ້ຖືໂອກາດວັນວາເລັນໄທນ໌ ຫາຄົນຄົນຮູ້ໃຈ ມາຊ່ວຍປັດເປົ່າຄວາມເຫງົາໄປຈາກຊິວິດ ແລະ ການເຮັດໃຫ້ຄົນທີ່ເຮົາກຳລັງສົນໃຈຢູ່ປະທັບໃຈ ໃຊ້ວິທີນີ້ເລີຍ ຊື້ຂອງຂັວນໃຫ້ໃນວັນທີ 14 ແຕ່ການຈະຊື້ຂອງແພງໆໃຫ້ຄົນທີ່ຫາກໍຮູ້ຈັກ ມັນກໍເບິ່ງຈັ່ງໃດຢູ່ ຊື້ໃຫ້ຄົນທີ່ຮັກກັນມາດົນຂອງປະເພດພວກ ດອກໄມ້, ຊັອກໂກແລັດ, ອັນຍະມະນີ ກໍເບິ່ງທຳມະດາບ້ານໆເກີນໄປ ຫາກຄົນໆນັ້ນ geek ຕ່າງປະເທດ ເຂົາຄິດຂອງຂັວນແນວໆ ສຳລັບ computer nerd ໂດຍສະເພາະ ມາເບິ່ງກັນວ່າມີຫຍັງແດ່.

Continue Reading

The Way to Design a Good Logo Part 2

The Way to Design a Good Logo Part 2

Posted on 24. Jan, 2011 by .

0

“ ໂລໂກ້ທີ່ດີ ຕ້ອງມີວິໄນ ຢູ່ໃນກົດຢ່າງເຂັ້ມງວດ ” ມາແລ້ວກັບຫລັກການອອກແບບໂລໂກ້ທີ່ດີ ຕອນທີ່ 2 ໂດຍໃນຕອນນີ້ ເຮົາຈະມາເວົ້າກັນເຖິງ ກົດຫລັກ 5 ຂໍ້ງ່າຍໆ ທີ່ນັກອອກແບບສ່ວນໃຫຍ່ໃນທົ່ວໂລກນຳໃຊ້ກັນ ອອກແບບໂລໂກ້ໃຫ້ມີປະສິດທິພາບ ກົງຄວາມຕ້ອງການຂອງລູກຄ້າ ຢ່າລືມອ່ານ ຫລັກການອອກແບບໂລໂກ້ທີ່ດີ ຕອນທີ່ 1 ກັນກ່ອນ.

Continue Reading

The Way to Design a Good Logo Part 1

The Way to Design a Good Logo Part 1

Posted on 04. Dec, 2010 by .

1

ກ່ອນຈະອອກແບບໂລໂກ້(LOGO)ໃດຫນຶ່ງ ບາງຄົນອາດຈະຄິດຫາສີສັນທີ່ຈະໃຊ້ເປັນສິ່ງທຳອິດ, ຮູບພາບທີ່ສື່ຄວາມຫມາຍກົງໆກັບບໍລິສັດ ຫລື ການໃຊ້ພຽງຕົວອັກສອນຫຍໍ້ສອງສາມຕົວແທນໃຫ້ໂລໂກ້.. ຫາຮູ້ບໍ່ວ່າໂລໂກ້ທີ່ດີບໍ່ແມ່ນພຽງແຕ່ວ່າ ມັນເປັນຫຍັງກໍໄດ້ທີ່ກ່ຽວຂ້ອງກັບບໍລິສັດ, ອົງກອນ ຫລືເວັບໄຊທ໌ ແຕ່ໂລໂກ້ນັ້ນຫມາຍເຖິງຫນ້າຕາ, ຕົວແທນ ແລະ ທຸກສິ່ງຢ່າງທີ່ແບຣນດ໌ນັ້ນເປັນ.

Continue Reading

Nice Idea Products from Japan Trend Shop

Nice Idea Products from Japan Trend Shop

Posted on 22. Jul, 2010 by .

2

ຂຶ້ນຊື່ວ່າ “ຢີ່ປຸ່ນ” ຈະທຳມະດາໄດ້ຈັ່ງໃດ ໂດຍສະເພາະເລື່ອງການອອກແບບ ຕ້ອງຍົກໃຫ້ເປັນ “ນັກອອກແບບຕົວພໍ່” ກັນເລີຍ, ມີຕົວຢ່າງສິນຄ້າໄອເດຍສຸດຈະສ້າງສັນຈາກແດນປາດິບ ມາກະຕຸ້ນຕ່ອມຄວາມຄຣີເອທກັນ ເລີ່ມຈາກ :

Continue Reading

Tips for Beginners to Design Products

Tips for Beginners to Design Products

Posted on 13. Apr, 2010 by .

0

ຜະລິດ​ຕະ​ພັນ​ທີ່​ດີ​ຍ່ອມ​ເກີດ​ມາ​ຈາກ ການ​ອອກ​ແບບ​ທີ່​ດີ​ ໃນ​ການ​ອອກ​ແບບ​ຜະລິດ​ຕະ​ພັນ ນັກ​ອອກ​ແບບ​ຕ້ອງ​ຄຳນຶງ​ເຖິງ​ ຫລັກການ​ອອກ​ແບບ​ຜະລິດ​ຕະ​ພັນ ​ທີ່​ເປັນ​ເກນ​ໃນ​ການ​ກຳນົດ ຄຸນສົມບັດ​ຜະລິດ​ຕະ​ພັນ​ທີ່​ດີ​ເອົາ​ໄວ້​ ວ່າ​ຄວນ​ຈະ​ມີ​ອົງ​ປະກອບ​ຫຍັງ​ນຳ​ແລ້ວ​ໃຊ້​ຄວາມ​ຄິດສ້າງສັນ ວິທີ​ການ​ຕ່າງໆ ສະເໜີ​ແນວ​ຄິດ​ໃຫ້​ຜະລິດ​ຕະ​ພັນ​ມີ​ຄວາມ​ເໝາະ​ສົມ ​ຕາມ​ຫລັກການ​ອອກ​ແບບ​ໂດຍ​ ຫລັກການ​ອອກ​ແບບ​ຜະລິດ​ຕະ​ພັນ ​ທີ່​ນັກ​ອອກ​ແບບ​ຄວນ​ຄຳນຶງ​ນັ້ນ​ມີ​ຢູ່ 9 ປະການ​ຄື :

Continue Reading