Archive for 'World News'

Wacom’s Inkling Captures What You Draw On Paper Digitally

Wacom’s Inkling Captures What You Draw On Paper Digitally

Posted on 31. Aug, 2011 by .

2

Wacom ໄດ້ເປິດຕົວຜະລິດຕະພັນຕົວໃຫມ່ ທີ່ຫນ້າທຶ້ງ ມີຊື່ວ່າ “Inkling” ເຊິ່ງເຈົ້າຫມໍນີ້ ລັກສະນະເປັນ ປາກກາສະເກັດແບບດີຈິຕອລ ໃຊ້ເພື່ອບັນທຶກພາບ ທີ່ເຮົາແຕ້ມໃສ່ປຶ້ມ ຫລື ເຈ້ຍຫຍັງກໍໄດ້ ແລ້ວມັນຈະຖືກບັນທຶກ ໃນຮູບແບບດີຈິຕອລ ແບບອັດຕະໂນມັດ ແບບເສັ້ນຕໍ່ເສັ້ນ ໂດຍພຽງແຕ່ຫນີບເຈ້ຍທີ່ຈະແຕ້ມ ໃສ່ກັບຕົວຮັບຂໍ້ມູນ ແລະໃຊ້ຄູ່ກັບ Inkling Digital Pen ຕໍ່ຈາກນັ້ນກໍໂອ້ນເຂົ້າຄອມ ເພື່ອໄປແຕ່ງສີຕີແບບ ຕາມຮູບແບບຂອງໃຜມັນ ໃນພາຍຫລັງໄດ້.

Continue Reading

The First Lao Artists Honor Ranked Ceremony

The First Lao Artists Honor Ranked Ceremony

Posted on 20. May, 2011 by .

0

ຖືວ່າເປັນຂ່າວດີສຳລັບສິນລະປິນລາວຜູ້ຊົງຄຸນນະວຸດ ໃນສາຂາຕ່າງໆ ເນື່ອງຈາກທາງກະຊວງຖະແຫລງຂ່າວ ແລະ ວັດທະນະທຳຈະໄດ້ຈັດພິທີມອບນາມມະຍົດ ໃຫ້ກັບສິນລະປິນ ຜູ້ສ້າງສັນຜົນງານ ອັນມີຄຸນຄ່າ ໃຫ້ກັບຊາດລາວຂອງພວກເຮົາ ເຊິ່ງພິທີດັ່ງກ່າວນີ້ຈະໄດ້ຈັດຂຶ້ນໃນຄ່ຳຄືນວັນທີ 25 ພຶດສະພາ 2011 ນີ້ ທີ່ຫໍວັດທະນະທຳແຫ່ງຊາດ ສາມາດເຂົ້າຮ່ວມຊົມໂດຍບໍ່ເສຍຄ່າ.

Continue Reading

Mona Lisa Mystery Could Be Solved by Woman’s Remains

Mona Lisa Mystery Could Be Solved by Woman’s Remains

Posted on 15. May, 2011 by .

0

ນັກ​ວິ​ໄຈ​ຊາວ​ອິ​ຕາ​​ລີວາງ​ແຜນ ​ທີ່​ຈະ​ຂຸດ​ກະດູກ​ທີ່ ໂບດ​ແຫ່ງ​ໜຶ່ງ​ໃນ​ເມືອງ​ຟ​ລໍ​ເລນສ໌ ເພື່ອ​ພິສູດ​ວ່າ​ກະດູກ​ດັ່ງ​ກ່າວ​ ເປັນ​ຂອງ​ຍິງ​ສາວ​ຄົນ​ໜຶ່ງ​ໃນ​ຍຸກ​ເຣີ​ເນ​ສຊອງ ຊຶ່ງ​ເຊື່ອ​ວ່າ​ເປັນ​ແບບ​ໃຫ້​ກັບ​ງານ​ແຕ້ມ​ພາບ ໂມ​ນາ ລິ​ຊາ. ໂດຍ​ໂຄງ​ການ​ວິ​ໄຈ​ດັ່ງ​ກ່າວ ​ເຊິ່ງ​ມີ​ການ​ປະ​ກາດ​ເມື່ອ​ເດືອນ​ເມສາທີ່​ຜ່ານມາ ຕັ້ງ​ເປົ້າ​ທີ່​ຈະ​ຄົ້ນ​ຫາບ່ອນ​ຝັງ​ຮ່າງ​ ທີ່​ແທ້​ຈິງ​ຂອງ ​ລິ​ຊາ ເກີ​ລາ​ດິ​ນີ ເມຍ​ຂອງ​ພໍ່​ຄ້າ​ຜ້າ​​ໄຫມຜູ້​ມັ່ງ​ຄັ່ງ ຟ​ຣານ​ເຊສ​ໂກ ເດລ ຈິ​ໂອ​ຄອນ​ໂດ ຫາກວ່າ​ຄວາມ​ພະຍາຍາມ​ດັ່ງ​ກ່າວ ​ປະ​ສົບ​ຄວາມ​ສຳ​ເລັດ ການ​ວິ​ໄຈ​ອາດ​ຊ່ວຍ​ໃຫ້​ຮູ້​ເຖິງ​ຕົວ​ຕົນ ​ທີ່​ແທ້​ຈິງ​ຂອງ​ຍິງ​ສາວ​ເລິກ​ລັບ ທີ່​ປາກົດ​ໃນ​ພາ​ບວາດຂອງ​ ລີ​ໂອ​ນາ​ໂດ ດາ​ວິນຊີ ກໍ​ເປັນ​ໄດ້.

Continue Reading

Gauguin Painting in Washington DC Attacked by Woman

Gauguin Painting in Washington DC Attacked by Woman

Posted on 07. May, 2011 by .

0

ເຈົ້າ​ຫນ້າທີ່​ສະ​ຫະລັດອາ​ເມຣິກາ​ ຈັບ​ຄຸມ​ຕົວ​ຍິງ​ສາວຄົນ​ຫນຶ່ງ​ເ​ຊິ່ງ​ພະຍາຍາມ​ທຳລາຍ​ພາບ​ຂຽນ “Two Tahitian Women” ຫລື “ຍິງ​ສາວ​ຊາວ​ຕາ​ຮິ​ຕິ​ສອງ​ຄົນ” ຂອງ ພອລ ໂກ​ແກງ ສິນລະ​ປິນ​ພາ​ບວາດ​ແນວ​ອິມ​ເພຣສ​ຊັນ​ນິສຕ໌​ຊາວ​ຝຣັ່ງ​ເສດ ທີ່​ຈັດ​ສະແດງ​ທີ່​ພິ​ພິທະ​ພັນ​ສິນລະ​ປະ​ແຫ່ງ​ຊາ​ດສະ​ຫະລັດຯ ທີ່​ກຸງ​ວໍ​ຊິງ​ຕັນ ດີ​ຊີ ໂດຍ​ນາງ​ເຜີຍ​ສາ​ເຫດ​ທີ່​ຕ້ອງ​ເຮັດ​ເຊັ່ນ​ນັ້ນ​ວ່າ ພາບ​ດັ່ງ​ກ່າວ​ເປັນ​ພາບ​ທີ່​ມີ​ການ​ເປືອຍ​ກາຍ ແລະ​ ​ແຝງໄນຍະ​ເຖິງ​ພຶດຕິກຳ​ຮັກ​ຮ່ວມ​ເພດ

Continue Reading

Pinkelnde Petra : Policewoman Sculpture by Marcel Walldorf

Pinkelnde Petra : Policewoman Sculpture by Marcel Walldorf

Posted on 15. Mar, 2011 by .

1

ເອເອ​ຟພີ – ປະ​ຕິ​ມາ​ກຳ​ຊິ​ລິ​ໂຄນ​ຕຳ​ຫລວດ​ຜູ້ຍິງ​ກຳ​ລັງ​ນັ່ງ​ຖ່າຍ​ປັດ​ສາວະ ກໍ່​ກະ​ແສ​ຕໍ່​ຕ້ານ​ຢ່າງ​ຮຸນແຮງ​ໃນ​ເຢຍລະມັນຫລັງ​ຈັດ​ສະແດງທີ່ຫໍ​ສິນອັນ​ມີ​ ຊື່​ສຽງ​ໄປ​ເມື່ອ​ເດືອນມັງກອນທີ່ຜ່ານມາ ທັງ​ນີ້​ຜົນງານ​ປັ້ນ​​ດັ່ງ​ກ່າວຍັງມີລາງ​ວັນ​ຊະນະ​ເລີດ​ຈາ​ກສະ​ຖາ​ບັນ​ ສິລະປະ​ອັນ​ຊົງ​ກຽດກາລັນຕີອີກດ້ວຍ

Continue Reading

Art Stage Singapore and Other Art Fairs in 2011

Art Stage Singapore and Other Art Fairs in 2011

Posted on 26. Feb, 2011 by .

1

ເກາະນ້ອຍ​ແຕ່​ຄິດ​ໃຫຍ່​ຢ່າງ​ສິ​ງກະໂປ ເອົາ​ຈິງກັບ​ການ​ເປັນ​ແຫລ່ງ​ນັດ​ພົບ​ທາງ​ສິລະປະ​ວັດ​ທະນະ​ທຳ ແຫ່ງ​ເອ​ເຊຍ​ ແລະ ​ກໍ​ເຮັດ​ໄດ້​ດີອີກ​ດ້ວຍ​ ໃນ​ງານ Art Stage Singapore ທີ່​ຜ່ານ​ມາ. ເມື່ອເມືອງ​ນ້ອຍ​ໆຢ່າງ​ສິ​ງກະໂປ ເປີດ​ສັກກະຫ​ລາດ​ຕ້ອນ​ຮັບ​ປີ​ເຖາະດ້ວຍ ກິດຈະກຳ​ຕ່າງໆ ຫລາກຫລາຍ​ທີ່​ເຮັດໃຫ້ ໃຜໆ ກໍ​ມຸ່ງ​ຫນ້າ ໄປ​ຢ້ຽມ​ເຢືອນ ໂດຍ​ປະ​ກາດ​ຕົວ​ຊັດເຈນ ສົມ​ຄ່າ​ຄຳ​ໂຄສະ​ນາ​ທີ່​ບໍ່​ວ່າ​ຈະ​ເປັນ Uniquely Singapore, Live it up in Singapore! ຫລື Surprising Singapore ເພື່ອ​ບອກວ່າ ​ກຳ​ລັງ​ກ້າວ​ເຂົ້າ​ສູ່​ຄວາມ​ເປັນ​ເມືອງ ສ້າງ​ສັນ ແລະ​ມີ​ສິ່ງ​ບັນ​ເທີງ​ທຸກ​ຂະແຫນງ ໂນ້ມ​ນ້າວ​ໃຫ້​ນັກ​ທ່ອງທ່ຽວ ຈາກ​ທຸກ​ມຸມ​ໂລກ​ ເຂົ້າ​ມາ​ຫາ​ປະສົບການໃຫມ່ໆ ດ້ວຍ​ຄວາມຫມັ້ນ​ໃຈ ອັນ​ເຕັມ​ປ່ຽມ​ທີ່​ຈະ​ຄອງ​ຄວາມ​ເປັນ ​ສູນ​ກາງ​ຂອງ​ທຸກ​ກິດຈະກຳ ໃນ​ພາກ​ພື້ນ​ເອ​ເຊຍ​ຕາເວັນ​ອອກ​ສຽງ​ໃຕ້​ໃນ​ບໍ່​ຊ້າ.

Continue Reading

The Color Tones in Trend for Women in Each Look

The Color Tones in Trend for Women in Each Look

Posted on 20. Feb, 2011 by .

0

ອິດທິພົນ​ຂອງ​ສີ​ແຕ່​ລະ​ໂທນ​ສີ ​ແຝງ​ໄປ​ດ້ວຍ​ຄວາມຫມາຍ ອີກ​ທັງ​ຜົນ​ຂອງ​ສີ​ທີ່​ມີ​ຕໍ່​ອາລົມ ສາມາດ​ໃຊ້​ເປັນ​ປະໂຫຍດ​ໃນ​ຊີວິດ​ປະຈຳວັນ​ໄດ້ ໂດຍ​ສະເພາະ​ໃນ​ບ່ອນ​ເຮັດວຽກ ເພື່ອ​ຊ່ວຍ​ເສີມ​ສ້າງ ​ແລະ ​ພັດທະນາ​ຄວາມ​ສຳພັນ​ລະຫວ່າງ​ເພື່ອນ​ຮ່ວມ​ງານ ຫລື ​ລະຫວ່າງ​ຫົວ​ຫນ້າ​ກັບ​ລູກ​ນ້ອງ ເພື່ອ​ການ​ປ່ຽນ​ແປງ​ຄວາມ​ຮູ້ສຶກ ​ຂອງ​ຜູ້​ອື່ນ​ທີ່ມີ​ຕໍ່​ເຮົາ​ໃນ​ແງ່​ຕ່າງໆ ລວມ​ໄປ​ເຖິງ​ການ​ເສີມ​ສ້າງ​ຄວາມຫມັ້ນ​ໃຈ​ ແລະ ​ເພີ່ມ​ຄວາມ​ມີ​ຊີວິດ​ຊີ​ວາ​ໃຫ້​ຕົນ​ເອງ.

Continue Reading

New Strange Theory of Mona Lisa Painting

New Strange Theory of Mona Lisa Painting

Posted on 19. Feb, 2011 by .

0

ສຳ​ນັກຂ່າວ​ຕ່າງ​ປະເທດ​ລາຍ​ງານ​ເມື່ອ​ວັນທີ່ 3 ມັງກອນທີ່ຜ່ານມາວ່າ ​ຊິ​ລວາ​ໂນ່ ວິນ​ເຊຕິ ປະ​ທານ​ຄະນະ​ກຳມະການ​ດ້ານ​ມໍລະດົກ​ ວັດທະນະທຳ​ຂອງ​ອິ​ຕາ​ລີ ສະເໜີ​ທິດສະດີ​ໃໝ່​ວ່າ ພາບ​ໂມ​ນາ​ລິ​ຊາ ຊຶ່ງ​ກ່ອນ​ໜ້າ​ນີ້​ເຊື່ອ​ວ່າ​ເປັນ​ພາບ​ຂອງ​ນາງ​ລິ​ຊາ ເກີຣ໌​ລາ​ດິນີ ເມຍ​ຂອງ​ພໍ່​ຄ້າ​ຜ້າ​ໄຫມ​ຜູ້​ລ້ຳລວຍ​ຂອງ​ອິ​ຕາ​ລີ ທີ່​ແທ້​ເປັນ​ນາຍ​ແບບ​ຊາຍ ແລະ​ອາດ​ເປັນ​ຄົນ​ຮັກ​ຂອງ ​ລີ​ໂອ​ນາໂດ ດາ​ວິນຊີ ຈິ​ດຕະ​ກອນ​ຊື່ດັງຂອງ​ໂລກ ​ແລະ ​ຜູ້​ຊ່ຽວຊານ​ສາ​ຂາ​ຕ່າງໆ ໂດຍ​ນາຍ​ແບບ​ຊາຍ​ດັ່ງ​ກ່າວ ໜ້າ​ຈະ​ເປັນ​ແຮງ​ບັນ​ດານ​ໃຈ​ໃຫ້​ດາ​ວິນ​ຊີ ສ້າງ​ພາບ​ນີ້​ຂຶ້ນ​ມາ

Continue Reading