Archive for 'Blog News'

Lao New Year 2555 Creative Promoting Posters

Lao New Year 2555 Creative Promoting Posters

Posted on 11. Apr, 2012 by .

1

ຫລັງຈາກທີ່ບລັອກງຽບໄປຕັ້ງບັກໂດນນນນໂດ້ນນນ ເຊິ່ງກໍກິນເວລາໄປຫລາຍເດືອນສົມຄວນ ຫາກໍມີເວລາມາແວະອັບໂພສ (ຮູ້ສຶກຜິດເປັນຍ່ອມໆ) ຊ່ວງເວລານິ້ມີວັນສຳຄັນຢູ່ ສອງ ວັນຄື ວັນຂຶ້ນປີໃຫມ່ລາວ ພ.ສ. ໒໕໕໕ (ປີນີ້ຄົງສຸກສັນຫົວກັນມັນຕະຫລອດປິ) ແລະ ອີກມື້ຫນຶ່ງແມ່ນ ວັນເກີດ ກຣາຟິກມີ ຄົບຮອບ ໒ ປິເຕັມ (໑໓ ເມສາ) ເຊິ່ງຫນຶ່ງປີທີ່ຜ່ານມາ ບໍ່ມີຫຍັງເກີດຂຶ້ນເລີຍ ເຢ້ ! T.T

Continue Reading

Lao Typeface Design Topic in Vientiane Barcamp 2011

Lao Typeface Design Topic in Vientiane Barcamp 2011

Posted on 22. Nov, 2011 by .

3

ຈົບລົງແລ້ວ ສຳລັບ ງານ ບາຣ໌ແຄັມວຽງຈັນ 2011 ເປັນຄັ້ງທີສອງ ຫລັງຈາກທີ່ຈັດເປັນຄັ້ງທຳອິດໃນນະຄອນຫລວງວຽງຈັນ ແລະ ປະເທດລາວ ໃນປີທີ່ຜ່ານມາ, ມ່ວນ ມ່ວນຈິງໆ ຈັງໆ ກ່ອນອື່ນຕ້ອງຂໍຖ້າວຄວາມໃຫ້ເຂົ້າໃຈນຳກັນກ່ອນວ່າ ງານ barcamp ມັນແມ່ນຫຍັງ ? barcamp ບໍ່ແມ່ນງານອອກແຄັມລຸຍປ່າ ແລະ ບໍ່ກໍໄດ້ກ່ຽວຫຍັງກັບບາຣ໌ເຫລົ້າບາຣ໌ເບຍ ແຕ່ຢ່າງໃດ ແຕ່ barcamp ແມ່ນງານສຳມະນາທີ່ບໍ່ເປັນທາງການ ທຸກຄົນໆມີສິດເຂົ້າຮ່ວມ ບໍ່ວ່າທ່ານຈະເປັນໃຜ ຢູ່ໃສ ນອກຫລືໃນປະເທດ ທ່ານກໍສາມາດເຂົ້າຮ່ວມງານໄດ້ແບບບໍ່ ມີເງື່ອນໄຂໃດໆ ໂດຍທີ່ຜູ້ເຂົ້າຮ່ວມຈະສາມາດເປັນຜູ້ຟັງ ຫລື ຜູ້ເວົ້າກໍໄດ້ ແລະ ສາມາດສະເຫນີຫົວຂໍ້ຂຶ້ນເວົ້າໄດ້ແບບອິດສະຫລະ ອາດເປັນຫົວຂໍ້ທີ່ທ່ານມີຄວາມຮູ້ ຄວາມຖະຫນັດ ຫລື ເປັນໂຄງການໃດຫນຶ່ງທີ່ທ່ານກຳລັງດຳເນີນການຢູ່ ແລ້ວຢາກແບ່ງປັນຄວາມຮູ້ ປະສົບການໃນເລື່ອງລາວນັ້ນໆ ໃນງານນີ້ໄດ້ເລີຍທັນທີ. ຫົວຂໍ້ອາດເປັນເລື່ອງທີ່ມີສາລະສຳຄັນ ຫລື ເລື່ອງລາວທົ່ວໄປ ກໍໄດ້ ຖ້າຫາກທ່ານຍັງບໍ່ທັນມີຫຍັງຢາກເວົ້າເທື່ອ ກໍສາມາດໄປເລືອກຮັບຟັງຫົວຂໍ້ທີ່ທ່ານຜູ້ອື່ນເວົ້າພຽງຢ່າງດຽວກໍໄດ້ເຊັ່ນກັນ ທີ່ສຳຄັນຄືມີຜູ້ເຂົ້າຮ່ວມຈາກຕ່າງປະເທດອີກດ້ວຍ(ນີ້ມັນງານອິນເຕີຊັດໆ).

Continue Reading

1st Anniversary : Happy Birthday to GraphicME

1st Anniversary : Happy Birthday to GraphicME

Posted on 13. Apr, 2011 by .

4

Happy Birthday to (Graphic)ME – ຫນື່ງປີຜ່ານໄປ ໄວປານຂີ້ຕົວະ, ສຳລັບຫລາຍໆຄົນ ທີ່ຫາກໍຮູ້ຈັກບລັອກໆນີ້ ອາດຈະຍັງບໍ່ຮູ້ວ່າ ມັນແມ່ນເວັບຫຍັງ ? ຂຽນຂຶ້ນມາເພື່ອຫຍັງ ? ສັງຄົມຈະໄດ້ຫຍັງຈາກເວັບໆນີ້ ? … ຄົງບໍ່ເຖິງຂະຫນາດນັ້ນຕິເນາະ. 1 ປີ ຫາກເປັນເດັກ ກໍກຳລັງຫນ້າຮັກຫນ້າຊັງກັນເລີຍ (ຫວັງວ່າ graphicme ຈະເປັນແບບນັ້ນ) ສິ່ງທີ່ພວກເຮົານຳສະເຫນີ ຜ່ານເວັບບລັອກແຫ່ງນີ້ ເປັນບົດຄວາມທີ່ກ່ຽວກັບສິລະປະ ແລະ ການອອກແບບ ໂດຍທີ່ເນັ້ນຫນັກໄປທີ່ ກຣາຟິກ (Graphic Design) ເຊິ່ງເຫັນວ່າ ເປັນສາດຂອງສິນທີ່ຄົນຍຸກໃຫມ່ເຂົ້າເຖິງໄດ້ງ່າຍນັ້ນເອງ.

Continue Reading

Four Lao Fonts : New Year Gifts for Graphicme Fans

Four Lao Fonts : New Year Gifts for Graphicme Fans

Posted on 31. Dec, 2010 by .

8

ກ່ອນອື່ນຕ້ອງຂໍຂອບໃຈທຸກໆກຳລັງໃຈ ຈາກທຸກໆຄົນທີ່ຕິດຕາມແລະມີສ່ວນຮ່ວມກັບທາງ graphicme ມາໂດຍຕະຫລອດ ເຖິງວ່າທາງເວັບໄຊຕ໌ຈະກ້າວໄປແບບຊ້າໆ ຕາມເງື່ອນໄຂຕ່າງໆນາໆກໍຕາມ, ມາຮອດມື້ນີ້ທາງ ລາວກຣາຟິກສເປຊ ກໍກຳລັງກ້າວເຂົ້າສູ່ເດືອນທີເກົ້າ ເຊິງຖືວ່າຍັງເປັນນ້ອງຫມູ່ ສົດໆ ໃຫມ່ໆ ໃນວົງການເວັບໄຊຕ໌ລາວເຮົາ ເນື່ອງໃນໂອກາດປີໃຫມ່ທີ່ຈະມາຮອດນີ້ graphicme ມີຂອງຂວັນເລັກໆນ້ອຍໆ ນັ້ນຄື ຟອນຕ໌ລາວ ຈາກສະມາຊິກ ແລະ ຟອນຕ໌ຊຸດໃຫມ່ຈາກ graphicme.com ມາມອບໃຫ້.

Continue Reading

Become A Graphicme Fan on Facebook

Become A Graphicme Fan on Facebook

Posted on 12. Aug, 2010 by .

0

ຂະນະນີ້ທີມງານກຣາຟິກມີ ໄດ້ສ້າງ facebook page ຈະໄດ້ເປັນ ອີກທາງເລືອກຫນຶ່ງ ສຳລັບການຕິດຕາມອັບເດດຕ່າງໆຂອງ graphicme ເຊິ່ງປັດຈຸບັນປະກອບມີຫນ້າ Wall ຄອຍອັບເດດບົດຄວາມຕ່າງໆ ທັງຈາກບລັອກ ແລະ ເວັບບອດ, ຫນ້າ Photos ເອົາໄວ້ໂພສຜົນງານສະມາຊິກເກັບໄວ້, ຫນ້າ Discussions ເປັນກະດານສົນທະນາ ໃນກໍລະນີທີ່ ທ່ານບໍ່ສະດວກ ເຂົ້າມາຍັງເວັບບອດຂອງກຣາຟິກມີ ແລະ ຫນ້າອື່ນໆອີກ

Continue Reading

GraphicMag : Lao Web Online Magazine from GraphicMe

GraphicMag : Lao Web Online Magazine from GraphicMe

Posted on 08. Aug, 2010 by .

13

ເປິດຕົວໂຄງການໃຫມ່ ຂອງເວັບກຣາຟິກມີ ນັ້ນກໍຄື ວາລະສານເວັບລາວ ສະບັບອອນໄລນ໌ ແບບແຈກຟຣີ, ແນວຄວາມຄິດຂອງໂຄງການນີ້ ກໍເພື່ອເປັນການ ນຳສະເຫນີ ສະພາບຄວາມເປັນໄປ ຂອງສັງຄົມອອນໄລນ໌ລາວ ໃຫ້ກັບນັກອອນໄລນ໌ທັງມວນ, ເຊິ່ງແນ່ນອນວ່າສະບັບທຳອິດນັ້ນ ຈະເປັນສະບັບທົດລອງໃຊ້ງານ

Continue Reading

New Lao Font : Lao-Pipes Font from Graphicme Teamwork

New Lao Font : Lao-Pipes Font from Graphicme Teamwork

Posted on 06. May, 2010 by .

7

ຖ້າໃຜເຄີຍພິມບົດລາຍງານ ກໍຄົງຈະຄຸ້ນເຄີຍກັບຟ້ອນຕ໌ “Saysettha” ກັນເປັນຢ່າງດີ ເພາະເປັນຟ້ອນຕ໌ພື້ນຖານ ແລະຂ້ອນຂ້າງຈະເປັນທາງການ ເຮັດໃຫ້ມີການນຳໃຊ້ຢ່າງແຜ່ຫລາຍ, ສ່ວນວ່າໃຜທີ່ເຮັດວຽກກ່ຽວກັບຫນ້າຫນັງສຶ ກໍຕ້ອງໄດ້ທຳຄວາມຮູ້ຈັກກັບຟ້ອນຕ໌ລາວ ຂຶ້ນມາອີກລະດັບ ແລະຟ້ອນຕ໌ທີ່ມັກໃຊ້ກັນ ກໍເຫັນຈະເປັນຟ້ອນຕ໌ “HONGKAD” ຈາກ ດຣ. ຫົງກາດ ສຸວັນນະວົງ ເພາະມີຄວາມ ງົດງາມ ແລະ ມີຄວາມຫລາກຫລາຍໃຫ້ເລືອກໃຊ້.

Continue Reading

Hello Graphicme !

Hello Graphicme !

Posted on 06. Apr, 2010 by .

1

ຖ້າຈະວ່າກັນຕາມຫລັກທຳນອງຄອງທຳແລ້ວ ໂພສທຳອິດຂອງການຂຽນບລັອກ ຈະຕ້ອງທັກທາຍສະບາຍດີ ຕາມກະຕິກາມາລະຍາດ ສືບເນື່ອງມາຈາກໂຄງການ ສືບສານສິລະປະຈິດຕະກຳຄອມພິວເຕີ (ມີນຳຫວະ) ຂອງລາວເຮົາ ທີ່ມີນະໂຍບາຍຮັກສາເຜົ່າພັນຊາວພາບແສງ ທີ່ເປັນຄົນລາວເຮົາເອົາໄວ້ (ໂອ້ຍ ເພີ້..) ກໍເອົາເປັນວ່າ ເວັບນີ້ຖືກສ້າງຂຶ້ນ, ສັນສ້າງ, ຮັກສາ ແລະ ພັດທະນາ ເພື່ອບຸກຄົນທີ່ມີຄວາມສົນໃຈໃນສິລະປະການອອກແບບ ໂດຍສະເພາະແມ່ນ “ຈິດຕະກຳຄອມພິວເຕີ” ຫລື ທີ່ຮູ້ຈັກກັນເປັນພາສາອັງກິດວ່າ Graphic Design ນັ້ນເອງ.

Continue Reading