Create Watermark with Brushes in Photoshop

Create Watermark with Brushes in Photoshop

Posted on 24. May, 2011 by in Tips & Tricks

ປົກກະຕິທ່ານສ້າງລາຍນ້ຳ(watermark)ໃສ່ຜົນງານຂອງຕົວເອງດ້ວຍວິທີໃດ? ບົດຄວາມນີ້ ຈະບອກເຖິງເທັກນິກສັ້ນໆ ການປະຍຸກໃຊ້ brush ໃນ adobe photoshop ເພື່ອເຮັດລາຍນ້ຳທີ່ທັງງ່າຍ ແລະ ສະດວກເວລາໃຊ້ງານ ໂດຍສະເພາະເວລາທີ່ ເຮົາມີຜົນງານເປັນຈຳນວນຫລາຍໆ ແຕ່ຕ້ອງມານັ່ງແປະລາຍນ້ຳເທື່ອລະອັນ ອາດຈະບໍ່ພຶງປາຖະຫນາ ສຳລັບໃຜຫລາຍໆຄົນ.

ເທັກນິກນີ້ທ່ານຕ້ອງຮູ້ວິທີສ້າງ brush ເສຍກ່ອນ, ສາມາດເຂົ້າເບິ່ງໄດ້ໃນໂພສນີ້ ແຕ່ຫາກສ້າງເປັນແລ້ວ ກໍໃຫ້ຂ້າມໄປຂັ້ນຕອນສ້າງ watermark ໄດ້ເລີຍ

ຂັ້ນຕອນ 1

ເປີດໄຟລ໌ຮູບຂຶ້ນມາແລ້ວ ເລີ່ມຈາກ Create a new layer ແລ້ວປ້ຳ brush ທີ່ເຮົາໃຊ້ເປັນ watermark ລົງໃນຮູບ ເຊິ່ງຈະປ້ຳລົງຈຸດໃດກໍໄດ້

ປ້ຳ brush ລົງໄປ

ຂັ້ນຕອນ 2

ຈາກນັ້ນກໍຄລິກຂວາ ເລືອກ Free Transform (ຫລືຄລິກ Ctrl + T) ເພື່ອປັບຂະຫນາດລາຍນ້ຳ ພ້ອມກັບຍ້າຍຕຳແຫນ່ງຕາມຕ້ອງການ

ຍ້າຍໄປໃສ່ຈຸດທີ່ຕ້ອງການ

ຂັ້ນຕອນ 3

ຫລຸດ Opacity ລົງເພື່ອເຮັດເປັນລາຍນ້ຳ

ເຮັດໃຫ້ໂປ່ງໃສຂຶ້ນ

Note :

ສຳລັບຜູ້ທີ່ຕ້ອງການປ້ຳ watermark ລົງຜົນງານເປັນຈຳນວນຫລາຍ ເຊັ່ນພາບຖ່າຍ ແມ່ນສາມາດປັບຂະຫນາດ ແລະ ລະດັບຄວາມໂປ່ງໃສ່ ກ່ອນທີ່ຈະ define brush ໃນຕອນທີ່ສ້າງ brush ໄດ້ເລີຍ ເວລາໃຊ້ງານກໍມີພຽງແຕ່ ປ້ຳລົງຕຳແຫນ່ງ ທີ່ຕ້ອງການໄດ້ທັນທີ ໂດຍທີ່ບໍ່ຕ້ອງ Create a new layer, Free Transform ຫລື ຫລຸດ Opacity ໃຫ້ເສຍເວລາ

​ບົ​ດຄວາມ​ອື່ນໆ:

Tags: , , , , ,