The Color Theme of Famous Websites in the World

The Color Theme of Famous Websites in the World

Posted on 08. Dec, 2010 by in Article, Internet Life

ບົດຄວາມນີ້ ແມ່ນໄດ້ເກັບເລື່ອງລາວ ແນວໂນ້ມການເລືອກສີຂອງເວັບໄຊຕ໌ແບຣນດ໌ດັງໆ ເທິງອິນເຕີເນັດໃນທົ່ວໂລກ ມາຝາກ ອາດຈະພໍເປັນແນວທາງ ໃຫ້ກັບຜູ້ທີ່ສົນໃຈ ໃນການອອກແບບເວັບໄຊຕ໌, ມາເບິ່ງກັນວ່າ ບັນດາເວັບໄຊຕ໌ເຫລົ່ານີ້ມີແນວໂນ້ມສີໄປໃນທິດທາງໃດກັນ.


ທາງເວັບໄຊຕ໌ Colourlovers ໄດ້ທຳການເກັບຂໍ້ມູນ 100 ອັນດັບເວັບດັງດ້ວຍເຄື່ອງມື Twitter ຂອງພວກເຂົາ ແລ້ວນຳມາເຮັດເປັນ Infographic (ເປັນການນຳສະເໜີຂໍ້ມູນດ້ວຍຮູບພາບ ເຊັ່ນ ກຣາຟ ຕາຕະລາງ ເຮັດໃຫ້ຄົນສົນໃຈຢາກອ່ານຂໍ້ມູນຫລາຍຂຶ້ນ)

ສາມາດ​ເບິ່ງ Infographic ທີ່​ວ່າ​ນີ້​ດ້ານ​ລຸ່ມໄດ້ເລີຍ​ ຄລິກ​ທີ່​ຮູບ​ເພື່ອ​ເບິ່ງ​ຮູບ​ໃຫຍ່

infographic ຂອງສີເວັບໄຊຕ໌


ໃນ​ກຣາຟເຄິ່ງ​ວົງມົນ​ອັນ​ໃຫຍ່​ດ້ານ​ເທິງ​ສຸດ ຈະ​ເຫັນ​ໄດ້​ເລີຍ​ວ່າ ສີ​ທີ່​ແບ​ຣນດ໌​ດັງ​ຕ່າງໆ ເລືອກ​ໃຊ້​ຫລາຍ​ທີ່ສຸດ​ກໍ​ຄື ສີ​ແດງ ກັບ ສີຟ້າ ໂດຍ​ຖ້າ​ຕາມ​ຫລັກທິດສະດີສີ (Color Theory) ແຕ່​ລະ​ສີ​ມີ​ຄວາມຫມາຍ​ດັ່ງ​ນີ້​:

ສີ​ແດງ ສື່​ເຖິງ ພະລັງ, ຄວາມ​ຫລົງ​​ໄຫລ, ​ໄຟ​ທີ່​ຮ້ອນ​ແລງ, ຄວາມ​ຕື່ນ​ເຕ້ນ, ຄວາມ​ສຳ​ຄັນ

ສີ​​ຟ້າ ສື່​ເຖິງ ຄວາມ​ສະຫງົບ, ຄວາມຫມັ້ນ​ຄົງ, ຄວາມ​ຊຳ​ນານ, ຄວາມ​ເຊື່ອ​ຖື

ຢ່າງໃດ​ກໍ​ຕາມ ບໍ່​ມີ​ຫຍັງ​ສະຫລຸບ​ໄດ້​ວ່າ​ການ​ເລືອກ​ໃຊ້​ສີ​ໃດ​ຈາກ​ສອງ​ສີ​ນີ້​ຈະ​ເຮັດໃຫ້​ເວັບ​ໄຊຕ໌​ປະ​ສົບ​ຄວາມສຳ​ເລັດ ເພາະ​ຈາກ​ທີ່​ທາງ​ເວັບ​ໄຊຕ໌ Colourlovers ເຄີຍ​ຖາມ Mark Zuckerberg ໜຶ່ງ​ໃນ​ເຈົ້າ​ຂອງ​ເວັບ​ໄຊຕ໌​ຊື່​ດັງ Facebook.com ວ່າ ​ເປັນຫຍັງ​ເຖິງ​ເລືອກ​ໃຊ້​ສີ​ຟ້າ​ເປັນ​ສີ​ຂອງ​ເວັບ​ໄຊຕ໌ ລາວ​ກໍ​ຕອບ​ງ່າຍໆ ວ່າ “ຂ້ອຍເປັນ​ຄົນ​ຕາບອດ​ສີ ສີ​ຟ້າ​ເປັນ​ສີ​ດຽວ​ທີ່​ຂ້ອຍ​​ເຫັນ”

ສິ່ງ​ໜຶ່ງ​ທີ່​ບອກ​ໄດ້​ກໍ​ຄື ສີ​ຟ້າ ​ແລະ​ ສີ​ແດງ​ຈະ​ຍັງ​ຄົງ​ເປັນ​ສີ​ທີ່​​ແບຣນດ໌​ສ່ວນ​ໃຫຍ່​ເລືອກ​ມາ​ໃຊ້ ເພາະ​ຈາກ​ທີ່​ນິ​ຕະຍະ​ສານ Wired ເຄີຍ​ເກັບ​ຂໍ້​ມູນ​ເມື່ອ 7 ປີກ່ອນ(ປີ 2003) ກໍ​ພົບ​ວ່າ​ສີ​ທີ່​ແບ​ຣນດ໌​ສ່ວນ​ໃຫຍ່​ເລືອກ​ໃຊ້​ອັນ​ດັບ 1 ຄື​ສີ​ຟ້າ ແລະ​ຕາມ​ມາ​ຕິດໆດ້ວຍ ສີ​ແດງ

ນອກ​ຈາກ​ເລື່ອງ​ຂອງ​ສີ​ທີ່​ຖືກ​ໃຊ້​ຫລາຍ​ທີ່ສຸດ​ແລ້ວ ໃນ​ຮູບ Infographic ດ້ານ​ເທິງ​ກໍ​ຍັງ​ບອກ​ອີກວ່າ ເວັບ​ໄຊຕ໌​ແນວ​ຄ້າຍ​ໆກັນ ​ຈະ​ໃຊ້​ສີ​ຈາກ​ໂຊນ​ໃກ້​ຄຽງ​ກັນ ຕົວ​ຢ່າງ​ເຊັ່ນ ເວັບ​ໄຊຕ໌​ແນວ Social Network ຢ່າງ Facebook, Twitter, Myspace ກໍ​ໃຊ້​ສີ​ຟ້າ​ນຳ​ກັນ​ທັງ​ນັ້ນ.

ແລ້ວເວັບໄຊຕ໌ຫລືບລັອກຂອງເຈົ້າເດ ? ເລືອກໃຊ້ສີໃດກັນ

ແປບົດຄວາມຈາກ colourlovers.com ຜ່ານ designil.com

​ບົ​ດຄວາມ​ອື່ນໆ:

Tags: ,