Show Your Avatar on Comment Area in the Blogs

Show Your Avatar on Comment Area in the Blogs

Posted on 11. Aug, 2010 by in Article, Internet Life

ບົດຄວາມນີ້ຈະກ່າວເຖິງວິທີການ ສະແດງຮູບປະຈຳຕົວ(avatar)ເວລາທີ່ ເຮົາອອກຄຳເຫັນທີ່ເວັບບລັອກໃດຫນຶ່ງ ຮວມທັງ graphicme ເຊັ່ນກັນ, ເຊິ່ງຈະມີເວັບໆຫນຶ່ງ ທີ່ໃຫ້ບໍລິການຝາກຮູບເພື່ອໃຊ້ເປັນ avatar, ໃຜທີ່ມັກອອກຄຳເຫັນຕາມ ເວັບບລັອກຕ່າງໆ ມາເບິ່ງກັນວ່າຈະສະແດງ avatar ໄດ້ແນວໃດ.

ເວັບໄຊທ໌ທີ່ວ່າກໍຄືເວັບ http://gravatar.com/ ກ່ອນອື່ນກໍໃຫ້ທຳການ ສະຫມັກສະມາຊິກຕາມ ກະຕິກາມາລະຍາດ ຂອງເວັບໄຊທ໌ ຫລື ຖ້າໃຜມີ account ຂອງ wordpress ຢູ່ແລ້ວ ກໍສາມາດໃຊ້ username ແລະ password ຂອງ account ໃນ wordpress ນັ້ນ Log In ໄດ້ເລີຍ, ແຕ່ຖ້າບໍ່ມີກໍໃຫ້ Sign Up ສາກ່ອນ.

ຂັ້ນຕອນການສະຫມັກ :

  1. ໃຫ້ເຂົ້າໄປທີ່ຫນ້າ Sign Up ແລ້ວລະບຸ email address ຂອງເຮົາລົງໄປ ແລ້ວກໍກົດ Signup.
  2. ຢືນຢັນ email address ຂອງເຮົາ ໂດຍການເຂົ້າໄປກວດເມລທີ່ທາງ Gravatar ສົ່ງມາໃຫ້ ແລ້ວກໍກົດລິ້ງຕາມທີ່ເມລບອກ.
  3. ຫລັງຈາກນັ້ນກໍໃຫ້ເຮົາ ຈັດການລະບຸ username ແລະ password ລົງໄປ.

ເທົ່ານີ້ກໍເປັນອັນວ່າຈົບວິທີການສະຫມັກສະມາຊິກ.

ຂັ້ນຕອນການຕັ້ງຄ່າ avatar :

1. ໃຫ້ເຮົາເພີ່ມຮູບ ໂດຍການກົດຄຳວ່າ Add one by clicking here!

ເພີ່ມ avatar ຂອງເຮົາ

2. ມີສີ່ຊ່ອງທາງໃນການ upload ຮູບ ຖ້າຫາກຕ້ອງການ upload ຈາກຄອມພິວເຕີເຮົາເອງ ກໍໃຫ້ເລືອກຕົວເລືອກທຳອິດ (My computer’s hard drive)

ສາມາດເລືອກອັບໂຫລດຮູບໄດ້ 4 ຊ່ອງທາງ

3. ຫລັງຈາກນັ້ນກໍໃຫ້ເລືອກຮູບ ແລ້ວກໍກົດ Next, ຫລັງຈາກ upload ສຳເລັດກໍໃຫ້ທຳການ crop ຮູບ

Crop ຮູບຕາມໃຈມັກ

4. ຂັ້ນຕອນຕໍ່ມາໃຫ້ທຳການເລືອກ rate ຂອງຮູບ ຖ້າຮູບເຮົາເປັນຮູບທົ່ວໆໄປ ແນະນຳໃຫ້ເລືອກຕົວທຳອິດ rated G

ເລືອກ rate ຂອງຮູບ

5. ເທົ່ານີ້ກໍເປັນອັນວ່າ ສຳເລັດພິທີ

Yes ! Let's comment

Note : ເວລາທີ່ເຮົາອອກຄຳເຫັນຕາມບລັອກ ໃຫ້ໃຊ້ email ດຽວກັນກັບທີ່ເຮົາໃຊ້ໃນ gravatar, ເຊິ່ງເຮົາສາມາດເພີ່ມ email adress ແລະ avatar ໄດ້ຫລາຍກວ່າ 1 ອັນໃນ 1 account, ຫລັງຈາກເພີ່ມemail adress ແລະ avatar ແລ້ວ ກໍໃຫ້ຈັບຄູ່ avatar ເຂົ້າກັບ email adress ຕາມແຕ່ມັກ.

​ບົ​ດຄວາມ​ອື່ນໆ:

Tags: , ,

  • so7rus

    ລອງງ ຄັກໆ

  • Toon_Se7en

     ດີດີ