New Lao Font : Lao-Pipes Font from Graphicme Teamwork
Posted on 06. May, 2010 by GraphicME Teamwork in Article, Blog News, Featured, Fonts, Freebies
ຖ້າໃຜເຄີຍພິມບົດລາຍງານ ກໍຄົງຈະຄຸ້ນເຄີຍກັບຟ້ອນຕ໌ “Saysettha” ກັນເປັນຢ່າງດີ ເພາະເປັນຟ້ອນຕ໌ພື້ນຖານ ແລະຂ້ອນຂ້າງຈະເປັນທາງການ ເຮັດໃຫ້ມີການນຳໃຊ້ຢ່າງແຜ່ຫລາຍ, ສ່ວນວ່າໃຜທີ່ເຮັດວຽກກ່ຽວກັບຫນ້າຫນັງສຶ ກໍຕ້ອງໄດ້ທຳຄວາມຮູ້ຈັກກັບຟ້ອນຕ໌ລາວ ຂຶ້ນມາອີກລະດັບ ແລະຟ້ອນຕ໌ທີ່ມັກໃຊ້ກັນ ກໍເຫັນຈະເປັນຟ້ອນຕ໌ “HONGKAD” ຈາກ ດຣ. ຫົງກາດ ສຸວັນນະວົງ ເພາະມີຄວາມ ງົດງາມ ແລະ ມີຄວາມຫລາກຫລາຍໃຫ້ເລືອກໃຊ້.
ແຕ່ຖ້າເບິ່ງພາບລວມໆ ແລ້ວເຫັນວ່າ ຟ້ອນຕ໌ລາວທີ່ເຮົາໃຊ້ກັນໃນງານພິມ ບໍ່ວ່າຈະເປັນ ວາລະສານ, ຫນັງສືພິມ, ໃບປີວ, ແຜ່ນພັບ, ຫນັງສືຕ່າງໆ ຖືໄດ້ວ່າ ຟ້ອນຕ໌ລາວເຮົາຍັງມີບໍ່ຫລາຍ ເທົ່າທີ່ວຽກງານດັ່ງກ່າວຕ້ອງການ, ນະຈຸດນີ້ເອງ ເຮັດໃຫ້ຄວາມຕ້ອງການຢາກຈະປະຕິວັດ ຟ້ອນຕ໌ລາວ ລະເບີດຂຶ້ນ.
ທີມງານກຣາຟິກມີເຫັນເຖິງຄວາມສຳຄັນ ຂອງການພັດທະນາຟ້ອນຕ໌ລາວ ເພື່ອຮອງຮັບກັບການຂະຫຍາຍຕົວຂອງສື່ມີເດຍຕ່າງໆ ທີ່ກຳລັງຂະຫຍັບຂະຫຍາຍຕົວກັນ ໃນປັດຈຸບັນ, ຈຶ່ງໄດ້ຕັດສິນໃຈ ສ້າງຟ້ອນຕ໌ລາວຂຶ້ນ ແລ້ວພັດທະນາໃນລຳດັບຕໍ່ໄປ ແລະເພື່ອເປັນການພັດທະນາເຕັມຮູບແບບ ທາງເວັບໄຊທ໌ພວກເຮົາຈຶ່ງໄດ້ແຈກຟ້ອນຕ໌ດັ່ງກ່າວໃຫ້ ທຸກໆຄົນເອົາໄປໃຊ້ແບບບໍ່ເສຍຄ່າໃດໆ*
ຟ້ອນຕ໌ “ລາວ-ໄປປ໌ສ” | Lao-Pipes Font

ລາຍລະອຽດ :
- ຊື່ : Lao-Pipes
- ເວີຊັ່ນ : 1.0 BETA
- ປະເພດໄຟລ໌ : True Type Font
- ໄຟລ໌ດາວນ໌ໂຫລດ : .ttf ນ້ຳຫນັກ 7.6 KB
- ລິຂະສິດ : ແຈກຟຣີ*
*ສາມາດນຳໃຊ້ໄດ້ ແຕ່ບໍ່ສາມາດດັດແປງແກ້ໄຂ ຫລືກະທຳການເພື່ອການຄ້າ, ຖ້າມີການລະເມີດລິຂະສິດ ຈະໄດ້ຮັບໂທດຕາມທີ່ກົດຫມາຍລະບຸໄວ້.
ບົດຄວາມອື່ນໆ:
-
iroza
-
403
-
ກ້ຽມ
-
so7rus
-
TINO









