Mona Lisa Mystery Could Be Solved by Woman’s Remains
Posted on 15. May, 2011 by GraphicME Teamwork in Article, Featured, World News
ນັກວິໄຈຊາວອິຕາລີວາງແຜນ ທີ່ຈະຂຸດກະດູກທີ່ ໂບດແຫ່ງໜຶ່ງໃນເມືອງຟລໍເລນສ໌ ເພື່ອພິສູດວ່າກະດູກດັ່ງກ່າວ ເປັນຂອງຍິງສາວຄົນໜຶ່ງໃນຍຸກເຣີເນສຊອງ ຊຶ່ງເຊື່ອວ່າເປັນແບບໃຫ້ກັບງານແຕ້ມພາບ ໂມນາ ລິຊາ. ໂດຍໂຄງການວິໄຈດັ່ງກ່າວ ເຊິ່ງມີການປະກາດເມື່ອເດືອນເມສາທີ່ຜ່ານມາ ຕັ້ງເປົ້າທີ່ຈະຄົ້ນຫາບ່ອນຝັງຮ່າງ ທີ່ແທ້ຈິງຂອງ ລິຊາ ເກີລາດິນີ ເມຍຂອງພໍ່ຄ້າຜ້າໄຫມຜູ້ມັ່ງຄັ່ງ ຟຣານເຊສໂກ ເດລ ຈິໂອຄອນໂດ ຫາກວ່າຄວາມພະຍາຍາມດັ່ງກ່າວ ປະສົບຄວາມສຳເລັດ ການວິໄຈອາດຊ່ວຍໃຫ້ຮູ້ເຖິງຕົວຕົນ ທີ່ແທ້ຈິງຂອງຍິງສາວເລິກລັບ ທີ່ປາກົດໃນພາບວາດຂອງ ລີໂອນາໂດ ດາວິນຊີ ກໍເປັນໄດ້.
ຕາມທິດສະດີ ແລະ ຄຳບອກເລົ່າທີ່ສືບທອດຕໍ່ກັນມາ ຊື່ຂອງນາງ ເກີລາດິນີ ມັກຖືກເຊື່ອມໂຍງກັບພາບຂຽນເປັນປະຈຳ ເຊິ່ງຮູ້ຈັກກັນໃນພາສາອິຕາລີວ່າ “La Gioconda” ແລະ ໃນພາສາຝຣັ່ງເສດວ່າ “La Joconde” ໂດຍ ຈິອໍຈິໂອ ວາຊາຣີ ສິລະປິນ ແລະ ຜູ້ຂຽນຊີວະປະຫວັດຂອງດາວິນຊີ ເຄີຍກ່າວໄວ້ວ່າ ດາວິນຊີເຄີຍແຕ້ມຮູບເມຍຂອງ ເດລ ຈິໂອຄອນໂດ ຈິງ.
ລິຊາ ເກີລາດິນີ ເກີດໃນປີ 1479 ຂະນະທີ່ເມື່ອ 2-3 ປີ ກ່ອນ ນັກປະຫວັດສາດສະໝັກຫລິ້ນ ຊາວອິຕາລີລາຍໜຶ່ງ ກ່າວວ່າພວກເຂົາໄດ້ຄົ້ນພົບມໍລະນະບັດ ເຊິ່ງລະບຸວ່າ ນາງເສຍຊີວິດເມື່ອວັນທີ່ 15 ກໍລະກົດ ປີ 1542 ໂດຍສະຖານທີ່ຝັງສົບຂອງນາງຄືໂບດ ເຊັນ ເອີຊູລາ ບໍລິເວນໃຈກາງເມືອງຟລໍເລນສ໌. ຊິລວາໂນ ວິນເຊນຕິ ນັກປະຫວັດສາດ ແລະ ຫົວໜ້າໂຄງການຄັ້ງນີ້ເປີດເຜີຍວ່າ ການຂຸດຄົ້ນເທື່ອນີ້ ຈະເລີ່ມຂຶ້ນໃນຊ່ວງປາຍເດືອນນີ້ ທັງນີ້ພວກເຂົາລະບຸເຖິງເອກະສານ ທີ່ສະແດງວ່າຄອບຄົວ ຈິໂອຄອນໂດ ໄດ້ບໍລິຈາກເງີນຈຳນວນຫລາຍ ໃຫ້ແກ່ໂບດ ແລະ ພິໄນກຳທີ່ມອບໃຫ້ແກ່ ນາງເກີລາດິນີ ຍັງຄົງຖືກເກັບຮັກສາໄວ້ບ່ອນນີ້ເຊັ່ນກັນ.

Silvano Vinceti ນັກວິໄຈຊາວອີຕາລີ
ກ່ອນໜ້ານີ້ ພວກເຂົາໄດ້ທຳການສຶກສາພາບວາດ ໂມນາ ລິຊາ ເປັນເວລາດົນນັບເດືອນ ໂດຍອ້າງວ່າພວກເຂົາໄດ້ຄົ້ນພົບ ສັນຍາລັກບາງຢ່າງ ທີ່ແຝງຢູ່ໃນພາບວາດນີ້ ຂະນະນີ້ຖືກເກັບຮັກສາທີ່ພິພິທະພັນລູຟຣ໌ ທີ່ນະຄອນປາຣີສ ແລະ ພົບວ່າງານສິນລະປະຕົວນີ້ ມີສ່ວນປະກອບຂອງຮ່າງກາຍ ທີ່ບໍ່ໄດ້ມາຈາກຜູ້ເປັນແບບຄົນດຽວກັນ ແຕ່ອາດເກີດມາຈາກຫລາຍປັດໄຈ ອາດເປັນໄປໄດ້ວ່າພວກເຂົາໃຫ້ ເກີລາດິນີ ມາເປັນແບບໃນຊ່ວງທຳອິດທີ່ພວກເຂົາວາດພາບນີ້ ແລະ ຕໍ່ມາຈຶ່ງໃຫ້ລູກມືເຝິກຫັດທີ່ເປັນຜູ້ຊາຍ ເຊິ່ງເປັນເພື່ອນຮັກກັນ ແລະ ອາດເປັນຄູ່ຮັກຂອງເຂົາ ມາເປັນແບບ ແລະ ສົ່ງອິດທິພົນຕໍ່ພາພວາດໃນເວລາຕໍ່ມາ.
ຫາກວ່າໂຄງການນີ້ສຳເລັດ ນັ້ນຈະເປັນການເປີດເຜີຍເຖິງ ລັກສະນະໃບຫນ້າທີ່ແທ້ຈິງຂອງ ເກີລາດິນີ ແລະ ສາມາດນຳມາປຽບທຽບໄດ້ກັບ ໃບຫນ້າທີ່ປາກົດໃນພາບ ເພື່ອພິສູດວ່າຍິງສາວໃນພາບເປັນໃຜ ໂດຍການຫາອາຍຸຂອງວັດຖຸບູຮານ ໂດຍໃຊ້ວິທີການກວດຫາທາດຄາຣ໌ບອນ ທີ່ເປັນອົງປະກອບຂອງວັດຖຸ ແລະ ການສະກັດດີເອັນເອອອກຈາກກະດູກ ແລະ ປຽບທຽບກັບດີເອັນເອ ໃນກະດູກຂອງລູກຫລານຂອງ ເກີລາດິນີ ທີ່ຖືກຝັງບໍລິເວນໃກ້ຄຽງກັນ.
ທ້າຍທີ່ສຸດ ຫາກວ່າສ່ວນປະກອບຂອງກະໂຫລກຫົວຖືກຄົ້ນພົບ ທັງນີ້ຂຶ້ນຢູ່ກັບວ່າຢູ່ໃນສະພາບດີພຽງໃດ ການໃຊ້ເທັກໂນໂລຍີສະໄໝໃໝ່ ເພື່ອວິເຄາະໂຄງສ້າງໃບໜ້າ ເພື່ອພິສູດຕົວຕົນທີ່ແທ້ຈິງ ຂອງຜູ້ຢູ່ເບື້ອງຫລັງຮອຍຍິ້ມອັນເລິກລັບກໍເປັນໄປໄດ້ເຊັ່ນກັນ.









