GraphicMag : Lao Web Online Magazine from GraphicMe

GraphicMag : Lao Web Online Magazine from GraphicMe

Posted on 08. Aug, 2010 by in Article, Blog News

ເປິດຕົວໂຄງການໃຫມ່ ຂອງເວັບກຣາຟິກມີ ນັ້ນກໍຄື ວາລະສານເວັບລາວ ສະບັບອອນໄລນ໌ ແບບແຈກຟຣີ, ແນວຄວາມຄິດຂອງໂຄງການນີ້ ກໍເພື່ອເປັນການ ນຳສະເຫນີ ສະພາບຄວາມເປັນໄປ ຂອງສັງຄົມອອນໄລນ໌ລາວ ໃຫ້ກັບນັກອອນໄລນ໌ທັງມວນ, ເຊິ່ງແນ່ນອນວ່າສະບັບທຳອິດນັ້ນ ຈະເປັນສະບັບທົດລອງໃຊ້ງານ ແລ້ວປະເມີນຜົນເພື່ອສະບັບຕໍ່ໆໄປ ໃນຊ່ວງທຳອິດແມ່ນ ຈະອອກເປັນໄຕມາດ(3 ເດືອນ) ແລະ ກໍມີເນື້ອຫາພຽງແຕ່ເວັບດຽວ ນັ້ນກໍຄືເວັບ graphicme ນີ້ເອງ, ໃນອະນາຄົດ ຄາດວ່າຈະມີການເພີ່ມເນຶ້ອຫາ ຈາກເວັບໄຊທ໌ອື່ນ ທັ້ງນີ້ກໍເພື່ອເປັນການໂປຣໂຫມຕເວັບ ໄປໃນຕົວ, ລັກສະນະເປັນການ review ເວັບໄຊທ໌ຕ່າງໆນັ້ນເອງ, ສຳລັບໄຟລ໌ທີ່ໃຊ້ເປັນ ວາລະສານນັ້ນ ແມ່ນໃຊ້ format .pdf ສາມາດໃຊ້ program Adobe Reader ໃນການອ່ານ ເຊິ່ງທ່ານສາມາດດາວນ໌ໂຫລດ ໄດ້ຕາມອິນເຕີຣ໌ເນັຕ, ຂະນະນີ້ ທາງທີມງານກໍໄດ້ ເລີ່ມລົງມືເຮັດແລ້ວ ຄາດວ່າຈະສາມາດແຈກໃຫ້ທົດລອງອ່ານໄດ້ໃນໄວໆນີ້.

ຖ້າເວັບມາສເຕີຣ໌ຄົນໃດ ສົນໃຈຈະເຂົ້າຮ່ວມໂຄງການນີ້ ທາງທີມງານຂອງພວກເຮົາກໍຍິນດີຮ່ວມງານດ້ວຍ ເພື່ອຄວາມກ້າວໄກຂອງສັງຄົມອອນໄລນ໌ລາວເຮົາ

Contact : teamwork@graphicme.com

​ບົ​ດຄວາມ​ອື່ນໆ:

Tags: , , , ,

  • http://www.gamekonlao.com ໂຕໂລ້

    ໜ້າສົນໃຈດີ, ລໍຖ້າເບິ່ງຢູ່ ^_^

  • ນາຣາກອນ

    ໜ້າສົນໃຈດີເນາະ ຖືວ່າເປັນຫຍັງໃໝ່ໆໃນວົງການອິນເຕີເນັດລາວ

  • http://defagoart.com Defago

    defagoart.com ຂໍເຂົ້າຮ່ວມນຳໄດ້ບໍ່ທ່ານນິກ? :D

  • diabou

    ເປັນກຳລັງໃຈໃຫ້ ^ ^ ລະກະຊິລໍຖ້າອ່ານ

  • Graphicme Teamwork

    @Defago
    ໄດ້ແນ່ນອນ :)

  • mk

    PDF ຕ້ອງ Foxit Reader

  • so7rus

    ຊິລໍຖ້າອ່ານ :D

  • http://defagoart.com Defago

    ເປັນແນວໃດທ່ານນິກກໍ mail ຫາເຮົາໂລດເດີ້ :)

    (ພໍດີຫາເມລນິກບໍ່ເຈິ ຮະຮະ)

  • joniex

    ດີໆ ຄັກຫຼາຍ ຖ້າອ່າຢູ່ເດີ້
    ຂ້າພະເຈົ້າເຄີຍໃຊ້ Flash ເຮັດ ຖ້າມີຢັງໃຫ້ຊ່ວຍກະບອກໄດ້ເດີ້
    ຍິນດີ

  • http://www.minilao.com Karn

    ຢາກຮ່ວມນຳໄດ້ບໍ່?

  • Graphicme Teamwork

    @Karn ຕອນນີ້ໂຄງການວາລະສານປະສົບບັນຫາເລື່ອງເວລາ ຈຶ່ງຕ້ອງເລື່ອນອອກໄປແບບບໍ່ທັນມີກຳນົດ, ແຕ່ຍັງບໍ່ທັນໄດ້ຢຸດເທື່ອ.
    ຈັ່ງໃດກໍລອງເຂົ້າໄປລົມກັນໃນເວັບບອດເບິ່ງເດີ້.