Gauguin Painting in Washington DC Attacked by Woman
Posted on 07. May, 2011 by GraphicME Teamwork in Article, World News
ເຈົ້າຫນ້າທີ່ສະຫະລັດອາເມຣິກາ ຈັບຄຸມຕົວຍິງສາວຄົນຫນຶ່ງເຊິ່ງພະຍາຍາມທຳລາຍພາບຂຽນ “Two Tahitian Women” ຫລື “ຍິງສາວຊາວຕາຮິຕິສອງຄົນ” ຂອງ ພອລ ໂກແກງ ສິນລະປິນພາບວາດແນວອິມເພຣສຊັນນິສຕ໌ຊາວຝຣັ່ງເສດ ທີ່ຈັດສະແດງທີ່ພິພິທະພັນສິນລະປະແຫ່ງຊາດສະຫະລັດຯ ທີ່ກຸງວໍຊິງຕັນ ດີຊີ ໂດຍນາງເຜີຍສາເຫດທີ່ຕ້ອງເຮັດເຊັ່ນນັ້ນວ່າ ພາບດັ່ງກ່າວເປັນພາບທີ່ມີການເປືອຍກາຍ ແລະ ແຝງໄນຍະເຖິງພຶດຕິກຳຮັກຮ່ວມເພດ
ໂດຍສະຕີລາຍນີ້ ເຊິ່ງຖືກລະບຸວ່າຊື່ ຊູຊານ ເບີນ ອາຍຸ 53 ປີ ຈາກລັດເວີຈິເນຍ ກ່າວຕໍ່ເຈົ້າຫນ້າທີ່ຕຳຫລວດທີ່ຄວບຄຸມຕົວນາງວ່າ ນາງຮູ້ສຶກວ່າໂກແກງຄືຜີສາດ ລາວວາດພາບເປືອຍເຊິ່ງເປັນສິ່ງທີ່ຮ້າຍແຮງສຳລັບເດັກໆ ມັນສໍ່ເຖິງພຶດຕິກຳຮັກຮ່ວມເພດຢ່າງຊັດເຈນ ແລະ ຄິດວ່າມັນສົມຄວນທີ່ຈະຖືກທຳລາຍ ຫລັງຈາກທີ່ນາງພະຍາຍາມທີ່ຈະດຶງພາບດັ່ງກ່າວລົງຈາກບໍລິເວນທີ່ຈັດສະແດງ ແລະ ທຸບມັນດ້ວຍກຳປັ້ນຂອງນາງ
ລະຫວ່າງການບັນທຶກປາກຄຳ ນາງກ່າວວ່າ ນາງກຳລັງພະຍາຍາມທີ່ຈະທຳລາຍມັນ ແລະ ຄິດວ່າມັນສົມຄວນຖືກເຜົາ ນອກຈາກນັ້ນນາງຍັງເວົ້າຈາດ້ວຍອາການແປກໆ ເຊັ່ນວ່າ “ຂ້ອຍມາຈາກຫນ່ວຍຊີໄອເອ ແລະ ຂ້ອຍມີວິທະຍຸຢູ່ໃນຫົວຂອງຂ້ອຍ ຂ້ອຍກຳລັງຈະຂ້າພວກເຈົ້າ”

ຮູບແຕ້ມ Two Tahitian Women
ນາງ ເບີນ ໄດ້ເດິນທາງໄປທີ່ພິພິທະພັນສິນລະປະແຫ່ງຊາດສະຫະລັດຯ ແລະ ບຸກເຂົ້າພື້ນທີ່ທີ່ມີການຈັດສະແດງພາບດັ່ງກ່າວໂດຍບໍ່ໄດ້ຮັບອະນຸຍາດ ເພື່ອດຶງພາບດັ່ງກ່າວລົງຈາກຝາ ຈົນກະທັ້ງມັນຕົກລົງເທິງພື້ນ ກ່ອນທີ່ນາງຈະໃຊ້ກຳປັ້ນຂອງນາງຊົກກະແທກບໍລິເວນກາງພາບ ແລະ ຖືກເຈົ້າຫນ້າທີ່ຮັກສາຄວາມປອດໄພຄວບຄຸມຕົວ
ຢ່າງໃດກໍດີ ພາບດັ່ງກ່າວໄດ້ຮັບການປົກປ້ອງຈາກແຜ່ນອະຄຣີລິກແບບໃສ ເຊິ່ງບໍ່ເຮັດໃຫ້ພາບເສຍຫາຍພໍປານໃດ ໂດຍພິພິທະພັນກຽມນຳພາບດັ່ງກ່າວໄປທຳການກວດສອບໃນຫ້ອງແລັບອີກເທື່ອຫນຶ່ງ ເພື່ອກວດສອບຫາສິ່ງຜິດປົກກະຕິເພີ່ມເຕີມຕໍ່ໄປ
ນາງ ເບີນ ໄດ້ຖືກແຈ້ງຂໍ້ຫາ ທຳລາຍຊັບສິນ ທີ່ມີມູນຄ່າຕ່ຳກວ່າ 200 ດອລລາສະຫະລັດ ເຊິ່ງເປັນວັດສະດຸທີ່ໃຊ້ສຳລັບຢຶດຕິດພາບກັບຝາ ແລະ ກໍ່ໃຫ້ເກີດຄວາມເສຍຫາຍຕໍ່ຝາ ແລະ ຂໍ້ຫາພະຍາຍາມລັກຮູບແຕ້ມ ເຊິ່ງຄາດວ່າມີມູນຄ່າປະມານ 80 ລ້ານດອລລາ

Paul Gauguin
ພາບວາດ “Two Tahitian Women” ຖືກແຕ້ມຂຶ້ນໂດຍ ພອລ ໂກແກງ ເມື່ອປີ 1899 ສະແດງພາບຂອງຍິງສາວຊາວຕາຮິຕິ 2 ຄົນ ທີ່ກຳລັງເປືອຍໜ້າເອິກ ໂດຍມີຄົນຫນຶ່ງກຳລັງຖືພາຊະນະທີ່ບັນຈຸເກສອນດອກຫມາກມ່ວງ ເປັນພາບວາດສີນ້ຳມັນເທິງຜ້າໃບ ເຊິ່ງມີຂະໜາດ 94 x 72.4 ຊມ.









