Four Lao Fonts : New Year Gifts for Graphicme Fans

Four Lao Fonts : New Year Gifts for Graphicme Fans

Posted on 31. Dec, 2010 by in Article, Blog News, Featured, Fonts

ກ່ອນອື່ນຕ້ອງຂໍຂອບໃຈທຸກໆກຳລັງໃຈ ຈາກທຸກໆຄົນທີ່ຕິດຕາມແລະມີສ່ວນຮ່ວມກັບທາງ graphicme ມາໂດຍຕະຫລອດ ເຖິງວ່າທາງເວັບໄຊຕ໌ຈະກ້າວໄປແບບຊ້າໆ ຕາມເງື່ອນໄຂຕ່າງໆນາໆກໍຕາມ, ມາຮອດມື້ນີ້ທາງ ລາວກຣາຟິກສເປຊ ກໍກຳລັງກ້າວເຂົ້າສູ່ເດືອນທີເກົ້າ ເຊິງຖືວ່າຍັງເປັນນ້ອງຫມູ່ ສົດໆ ໃຫມ່ໆ ໃນວົງການເວັບໄຊຕ໌ລາວເຮົາ ເນື່ອງໃນໂອກາດປີໃຫມ່ທີ່ຈະມາຮອດນີ້ graphicme ມີຂອງຂວັນເລັກໆນ້ອຍໆ ນັ້ນຄື ຟອນຕ໌ລາວ ຈາກສະມາຊິກ ແລະ ຟອນຕ໌ຊຸດໃຫມ່ຈາກ graphicme.com ມາມອບໃຫ້.

iroza dinjee

ເລີ່ມຈາກ iroza dinjee ຟອນຕ໌ຈາກ ສະມາຊິກ iroza , ອັນນີ້ເພີ່ນບໍ່ໄດ້ບອກມາວ່າເປັນຫຍັງຕ້ອງຕັ້ງຊື່ວ່າດິນຈີ່ ແຕ່ຈາກທີ່ສັງເກດ ຫນ້າຈະມາຈາກ ຟອນຕ໌ມີລັກສະນະຫລາຍຫລ່ຽມ ເຫມືອນດິນຈີ່ແຕກ (ມົ້ວໄດ້ອີກ) ຈັ່ງໃດຄັນເຈົ້າຕົວເຂົ້າມາ ກໍຢ່າລືມມາຊື້ແຈງແດ່ເນີ້ :D

So7rus Laos VT

ຕົວທີສອງ So7rus Laos VT ຟອນຕ໌ຈາກ ສະມາຊິກ So7rus , ຟອນຕ໌ລາວຕົວຫນາ ເປັນບລັອກສີ່ຫລ່ຽມ ແຕ່ອ່ອນໄຫວນຸ້ມນວນດ້ວຍປາຍ ແລະ ຂໍ້ຫັກຕໍ່ທີ່ພິ້ວ ເຫມາະແກ່ການເກັບສະສົມອີກຕົວຫນື່ງ.

Lao-English

ຖັດມາ Lao-English ຈາກ graphicme ຫນື່ງໃນຟອນຕ໌ຊຸດໃຫມ່ ນັ້ນກໍຄື Lao International Fonts Pack, ເປັນຟອນຕ໌ທີ່ພະຍາຍາມຈັບອັນສອນອັງກິດ ມາລົງໃນອັນສອນລາວ ເບິ່ງແລ້ວກໍຕະຫລົກດີ ເຫມາະເປັນຟອນຕ໌ທາງເລືອກ.

Lao-Korean

ຕົວສຸດທ້າຍ Lao-Korean ຢູ່ໃນຊຸດດຽວກັນກັບຕົວຂ້າງເທິງ, ເປັນຟອນຕ໌ລາວເຊື້ອສາຍເກົາຫລີ ແຕ່ທັງຊຸດຍັງຄົງຕົວເລກແບບລາວໄວ້ ເພື່ອສື່ເຖິງເອກະລັກຂອງຕົວພາສາ ເຫມາະແກ່ການໃຊ້ເປັນຟອນຕ໌ທາງເລືອກອີກຕົວຫນຶ່ງ.

​ບົ​ດຄວາມ​ອື່ນໆ:

Tags: , , , , , , ,

  • 403

    ບໍ່ມີ ລາວຈີນ ແດ່ຫວະ?
    ຢາກໄດ້ພາສາລາວໃນລັກຊະນະພາສາຈີນຫລາຍ,
    ແຕ້ມໄດ້ແຕ້ມແດ່ດຸ, ເບິ່ງຕົວຢ່າງຟັອນໄທກໍ່ໄດ້

  • Graphicme Teamwork

    ກະວ່າຈະເຮັດຄືກັນ
    ຫນຶ່ງໃນຊຸດ Lao International Fonts Pack

  • http://www.facebook.com/au8ust Thanavorakit Kounthawatphinyo

    amazing!

  • G22VP

    ເທ້ຫຼາຍ

  • Weelove777

    ຂໍຖາມແນ່ ວ່າ ວິທີແກ້ ເລື່ອງພາສາລາວ ຢ່າງໃດ
    ເຊັ່ນ ສະຫຼະມິນຕິດກັນ (ສະຫລະ ລອຍ) ມີໃຜຮູ້ບໍ
    ຂ້ອຍໃຊ້ໂປແກມເຮັດຫນັງສື  Adobe CS5

  • http://graphicme.com/ nixsona

     ແນວໃດ ແບບວ່າໃຊ້ຟອນຕ໌ທາງເທິງນັ້ນພິມແລ້ວວັນນະຍຸດຕິດກັບສະຫລະລອຍຫັ້ນຫວາ ?

  • Nonsithanh

    ໄດ້ໂຫລດເອົາຫລາຍສກຸລແລ້ວ
    ຂອບໃຈຫລາຍໆ

  • ອົງອາດ ນ້ຳມັນແພງ

    ຂໍຂອບໃຈຫລາຍໆ ທີ່ທ່ານໄດ້ນຳເອົາ ຟັອນພາສາລາວມາແຈກຟຮີ ກ່ຽວກັບລາວຟັອນ
    ອໍລສະມາຍ ຢູ່ບ້ານກູນັ້ນ ໄມ້ເອກມັນບໍໄດ້ຢອງຢູ່ເທິງ ສະລະ xີ ຫລືສະລະxໍ ເພາະມັນຕິດກັນ ທ່ານແປງໃຫ້ມັນສູງຂຶ້ນໜ້ອຍໜຶ່ງອາດຈະດີ.