Lao Typeface Design Topic in Vientiane Barcamp 2011

Lao Typeface Design Topic in Vientiane Barcamp 2011

Posted on 22. Nov, 2011 by in Blog News, Featured

ຈົບລົງແລ້ວ ສຳລັບ ງານ ບາຣ໌ແຄັມວຽງຈັນ 2011 ເປັນຄັ້ງທີສອງ ຫລັງຈາກທີ່ຈັດເປັນຄັ້ງທຳອິດໃນນະຄອນຫລວງວຽງຈັນ ແລະ ປະເທດລາວ ໃນປີທີ່ຜ່ານມາ, ມ່ວນ ມ່ວນຈິງໆ ຈັງໆ ກ່ອນອື່ນຕ້ອງຂໍຖ້າວຄວາມໃຫ້ເຂົ້າໃຈນຳກັນກ່ອນວ່າ ງານ barcamp ມັນແມ່ນຫຍັງ ? barcamp ບໍ່ແມ່ນງານອອກແຄັມລຸຍປ່າ ແລະ ບໍ່ກໍໄດ້ກ່ຽວຫຍັງກັບບາຣ໌ເຫລົ້າບາຣ໌ເບຍ ແຕ່ຢ່າງໃດ

ແຕ່ barcamp ແມ່ນງານສຳມະນາທີ່ບໍ່ເປັນທາງການ ທຸກຄົນໆມີສິດເຂົ້າຮ່ວມ ບໍ່ວ່າທ່ານຈະເປັນໃຜ ຢູ່ໃສ ນອກຫລືໃນປະເທດ ທ່ານກໍສາມາດເຂົ້າຮ່ວມງານໄດ້ແບບບໍ່ ມີເງື່ອນໄຂໃດໆ ໂດຍທີ່ຜູ້ເຂົ້າຮ່ວມຈະສາມາດເປັນຜູ້ຟັງ ຫລື ຜູ້ເວົ້າກໍໄດ້ ແລະ ສາມາດສະເຫນີຫົວຂໍ້ຂຶ້ນເວົ້າໄດ້ແບບອິດສະຫລະ ອາດເປັນຫົວຂໍ້ທີ່ທ່ານມີຄວາມຮູ້ ຄວາມຖະຫນັດ ຫລື ເປັນໂຄງການໃດຫນຶ່ງທີ່ທ່ານກຳລັງດຳເນີນການຢູ່ ແລ້ວຢາກແບ່ງປັນຄວາມຮູ້ ປະສົບການໃນເລື່ອງລາວນັ້ນໆ ໃນງານນີ້ໄດ້ເລີຍທັນທີ.

ຫົວຂໍ້ອາດເປັນເລື່ອງທີ່ມີສາລະສຳຄັນ ຫລື ເລື່ອງລາວທົ່ວໄປ ກໍໄດ້ ຖ້າຫາກທ່ານຍັງບໍ່ທັນມີຫຍັງຢາກເວົ້າເທື່ອ ກໍສາມາດໄປເລືອກຮັບຟັງຫົວຂໍ້ທີ່ທ່ານຜູ້ອື່ນເວົ້າພຽງຢ່າງດຽວກໍໄດ້ເຊັ່ນກັນ ທີ່ສຳຄັນຄືມີຜູ້ເຂົ້າຮ່ວມຈາກຕ່າງປະເທດອີກດ້ວຍ(ນີ້ມັນງານອິນເຕີຊັດໆ).

barcamp vientiane 2011

ເລີ່ມຕົ້ນສະໄລດ໌ເປີດຫົວຂໍ້ພ້ອມແນະນຳຕົວ

GraphicME ມີໂອກາດໄດ້ສົ່ງຫົວຫນ້າແກັງ ເອົາຫົວຂໍ້ເລື່ອງການອອກແບບຟອນຕ໌ໄປເສວະນາດ້ວຍເຊັ່ນກັນ ມີຜູ້ຄົນສົນໃຈເປັນຈຳນວນບໍ່ຫນ້ອຍ(ກໍວ່າໄດ້) ບັນຍາກາດໃນຫ້ອງ ກໍຂ້ອນຂ້າງເຕັມໄປດ້ວຍສະສານສາລະສຳຄັນ(ຖ້າຄິດວ່າມັນແມ່ນກະແມ່ນ)ຈາກຫົວຂໍ້ຂອງຫົວຫນ້າແກັງ ເພາະຫອບຮວບຮວມໄວ້ ໄປເວົ້າໂດຍສະເພາະ ເຊິ່ງສອດແຊກແກັກຕະຫລົກໄວ້ຕາມທາງ ເພື່ອເອີ້ນສຽງຫົວຈາກຜູ້ຟັງໄດ້ບໍ່ຫນ້ອຍ ຄືຕອນທີ່ບອກວ່າ

ມີເລື່ອງບັງເອີນຢ່າງຫນຶ່ງຄື ຫນຶ່ງອາທິດຫລັງຈາກທີ່ອອກແບບຟອນຕ໌ ລາວ-ຢີ່ປຸ່ນ ແລ້ວ ສືນາມິ ກໍທະລົ່ມຢີ່ປຸ່ນ

ເປັນເລື່ອງບັນເອີນຈິງໆ ກໍບໍ່ຮູ້ວ່າກ່ຽວກັນບໍ່, ຫລັງຈາກທີ່ບັນຍາຍສະໄລດ໌ຈົບແລ້ວ ກໍໄດ້ລອງເຮັດຟອນຕ໌ຈາກສອງໂປຣແກຣມໃຫ້ເບິ່ງ ຈາກມື້ນັ້ນ ເຮັດໃຫ້ມີຄວາມເຂົ້າໃຈໃຫມ່ໄດ້ວ່າ ຟອນຕ໌ ຫົວໃຈສຳຄັນມັນອາດບໍ່ໄດ້ແມ່ນເລື່ອງຫນ້າຕາຂອງມັນພຽງຢ່າງດຽວ ເພາະຟອນຕ໌ກໍບໍ່ໄດ້ຖືກນຳໃຊ້ ໃນຫນ້າວຽກສື່ໂຄສະນາພຽງຢ່າງດຽວ ມັນຍັງຕ້ອງເຮັດຫນ້າທີ່ເປັນຕົວສື່ສານ ໃນອຸປະກອນພົກພາຕ່າງໆ ເຊິ່ງນັ້ນຫມາຍເຖິງ ເຮົາຕ້ອງໃສ່ໃຈໃນລາຍລະອຽດຕ່າງໆອີກ ເຊັ່ນເລື່ອງຊ່ອງອາກາດ ຊ່ອງໄຟ ສະຫລະລອຍ ໄລຍະຫ່າງ ຄວາມຊັດເຈນ ເວລາທີ່ສະແດງຜົນເທິງຫນ້າຈໍ ເລີຍເຮັດໃຫ້ຄິດໄດ້ວ່າ ເລື່ອງຂອງຟອນຕ໌ບໍ່ແມ່ນເລື່ອງຫລິ້ນໆ ໄຮ້ສາລະອີກຕໍ່ໄປ ແຕ່ມັນສາມາດມີສ່ວນຊ່ວຍໃຫ້ຜູ້ຄົນຈຳນວນບໍ່ຫນ້ອຍ ທີ່ຈະຫັນມານຳໃຊ້ພາສາລາວໃຫ້ຫລາຍຂຶ້ນໃນການຕິດຕໍ່ກັນຜ່ານທາງອຸປະກອນໄອທີຕ່າງໆ

barcamp vientiane 2011

ບັນຍາຍລັກສະນະຮູບຮ່າງຟອນຕ໌

ອີກເລື່ອງທີ່ລືມບໍ່ໄດ້ຄື ມາດຕະຖານໃສ້ໃນຂອງຟອນຕ໌ ກໍລະນີສຶກສາຄື ຟອນຕ໌ໄຊເຊດຖາ ທີ່ຈະມີຫລາຍເວີຊັນ ມີທັງ Lao, 95, 2000, Unicode, OT, MX ເຫລົ່ານີ້ ຖ້າຫາກເບິ່ງກັນທີ່ຫນ້າຕາ ກໍເກືອບວ່າບໍ່ມີຫຍັງແຕກຕ່າງກັນເລີຍ ແຕ່ສິ່ງທີ່ຕ່າງກັນກໍຄືລະຫັດປະຈຳຕົວຂອງແຕ່ລະຕົວອັກສອນນັ້ນເອງ

ລໍນຶກພາບທີ່ແປ້ນພິມດີດໃນສະໄຫມແຕ່ກີ້ ທີ່ມັນມີປຸ່ມກົດປະຈຳບ່ອນຊັດເຈນ ແລະຕົວສະແດງຜົນກໍຢູ່ອີກສົ້ນຫນຶ່ງ ຖ້າຫາກເຮົາກົດຕົວ “ກ” ມັນກໍຈະປ້ຳຕົວ “ກ” ໃຫ້ ແຕ່ຖ້າຫາກມື້ຫນຶ່ງ ບໍລິສັດຜະລິດເຄື່ອງພິມດີດ ເກີດຜິດພາດ ໄປສະລັບແປ້ນຈາກທີ່ປຸ່ມເປັນຕົວ “ກ” ແລ້ວປາຍພັດເປັນຕົວ “ຮ” ເຮົາກໍຈະໄດ້ຕົວ “ຮ” ມາແທນ. ແນວນັ້ນ ມັນກໍເລີຍຕ້ອງການ ການເອົາຈິງເອົາຈັງ ຈາກຜູ້ທີ່ມີຄວາມກ້າ ກ້າທີ່ຈະສ້າງມາດຕະຖານໃຫ້ກັບເລື່ອງຟອນຕ໌ໆ ຫາກກຳລັງສົນໃຈ ກໍຢ່າລືມເຂົ້າໄປລົມກັນໄດ້ໃນກຸ່ມນີ້ GraphicME Group

barcamp vientiane 2011

ສະໄລດ໌ຈົບກ່ອນ ສາທິດວິທີສ້າງຟອນຕ໌

ສຸດທ້າຍທີ່ຢາກຝາກ BarCamp Vientiane 3 ທີ່ຈະຈັດໃນປີຫນ້ານີ້ ພວກເຮົາທຸກໆຄົນທີ່ເຂົ້າຮ່ວມຄັ້ງທີ 1 ກັບ 2 ແລະ 3 ທີ່ຈະຈັດຄັ້ງຫນ້ານີ້ ລ້ວນແຕ່ບອກກົງກັນວ່າ BarCamp Vientiane ເປັນງານທີ່ດີ ອີກງານຫນຶ່ງ ເປັນງານທີ່ເຮັດໃຫ້ຄົນທີ່ສົນໃຈໃນເລື່ອງລາວດຽວກັນ ໄດ້ມີໂອກາດມາພົບປະກັນ ບອກເລົ່າເລື່ອງລາວທີ່ສົນໃຈເຫມືອນກັນສູ່ກັນຟັງ ໂດຍທີ່ຖ້າເຮົາຢູ່ໆໄປແບບປົກກະຕິ ທີ່ເຄີຍເຮັດຢູ່ ອາດບໍ່ມີໂອກາດໄດ້ຮູ້ຈັກກັນເລີຍກໍເປັນໄດ້ ເຊິ່ງເປັນສິ່ງທີ່ຫນ້າເສຍດາຍຫລາຍ ສ່ວນວ່າໃຜທີ່ເຄີຍເຂົ້າຮ່ວມເປັນຜູ້ຟັງແລ້ວ ຄັ້ງທີ່ຈະມາເຖິງຕໍ່ຫນ້ານີ້ ຊວນໃຫ້ພາກັນເອົາເລື່ອງລາວຫຍັງດີໆ ມາເວົ້າສູ່ກັນຟັງ ຫັນຈາກຜູ້ຟັງ ມາເປັນຜູ້ເວົ້າ ເປັນສິ່ງທີ່ຫນ້າປະທັບໃຈຫລາຍຍຍ

ຜູ້ທີ່ເວົ້າອາດບໍ່ແມ່ນຜູ້ທີ່ເກັ່ງ ແຕ່ເປັນພຽງຜູ້ທີ່ຢາກເວົ້າ.

barcamp vientiane 2011

ຖ່າຍຮູບລວມ

ພາບຖ່າຍໂດຍ – au8ust

​ບົ​ດຄວາມ​ອື່ນໆ:

Tags: , , , , ,

  • Toon_Se7en

    ໜ້າເສຍດາຍທີ່ບໍ່ໄດ້ໄປຮ່ວມ ເປັນກິດຈະກຳທີ່ດີ ອີກກິດຈະກຳໜຶ່ງ