1st Anniversary : Happy Birthday to GraphicME

1st Anniversary : Happy Birthday to GraphicME

Posted on 13. Apr, 2011 by in Article, Blog News

Happy Birthday to (Graphic)ME – ຫນື່ງປີຜ່ານໄປ ໄວປານຂີ້ຕົວະ, ສຳລັບຫລາຍໆຄົນ ທີ່ຫາກໍຮູ້ຈັກບລັອກໆນີ້ ອາດຈະຍັງບໍ່ຮູ້ວ່າ ມັນແມ່ນເວັບຫຍັງ ? ຂຽນຂຶ້ນມາເພື່ອຫຍັງ ? ສັງຄົມຈະໄດ້ຫຍັງຈາກເວັບໆນີ້ ? … ຄົງບໍ່ເຖິງຂະຫນາດນັ້ນຕິເນາະ. 1 ປີ ຫາກເປັນເດັກ ກໍກຳລັງຫນ້າຮັກຫນ້າຊັງກັນເລີຍ (ຫວັງວ່າ graphicme ຈະເປັນແບບນັ້ນ) ສິ່ງທີ່ພວກເຮົານຳສະເຫນີ ຜ່ານເວັບບລັອກແຫ່ງນີ້ ເປັນບົດຄວາມທີ່ກ່ຽວກັບສິລະປະ ແລະ ການອອກແບບ ໂດຍທີ່ເນັ້ນຫນັກໄປທີ່ ກຣາຟິກ (Graphic Design) ເຊິ່ງເຫັນວ່າ ເປັນສາດຂອງສິນທີ່ຄົນຍຸກໃຫມ່ເຂົ້າເຖິງໄດ້ງ່າຍນັ້ນເອງ.

ວ່າແຕ່ເປົ້າຫມາຍຂອງບລັອກນີ້ແມ່ນຫຍັງ ?

ຕະຫລອດເວລາ 1 ປີທີ່ຜ່ານມາ ພວກເຮົາໄດ້ພະຍາຍາມຊອກຄົ້ນ ຮວບຮວມ ຜູ້ທີ່ສົນໃຈໃນສິລະປະການອອກແບບ ໂດຍສະເພາະຄົນລາວດ້ວຍກັນ ເນື່ອງຈາກ ສາຍອາຊີບນີ້ ຢູ່ບ້ານເຮົາຍັງບໍ່ທັນມີສະຖາບັນການສຶກສາໃດເປີດສອນ ຈະເຫັນມີກໍພຽງແຕ່ ສອນໃນເລື່ອງຂອງການນຳໃຊ້ໂປຣແກຣມຈຳພວກ Adobe Photoshop, Adobe Illustrator, Autodesk 3dsMax ເປັນຕົ້ນ ແຕ່ບໍ່ໄດ້ສອນໃນເລື່ອງຂອງ ສິລະປະການອອກແບບໂດຍກົງ ສະນັ້ນ ຫາກພວກເຮົາຮວມຕົວກັນໄດ້ ພາກວິຊານີ້ຄົງເກີດໃນບໍ່ຊ້າ.

ແລ້ວສິ່ງທີ່ບລັອກນີ້ນຳສະເຫນີມີຫຍັງແດ່ ?

ແນ່ນອນວ່າບົດຄວາມທີ່ເຫັນໃນບລັອກ ແມ່ນເລື່ອງທີ່ກ່ຽວກັບສິລະປະຂອງການອອກແບບ ແລະ ໂປຣແກຣມທີ່ກ່ຽວຂ້ອງ ເຊິ່ງແບ່ງອອກເປັນ 3 ປະເພດຫລັກດັ່ງນີ້

  1. Article
  2. Freebies
  3. Tutorial

Category ທີ່ເພີ່ມເຂົ້າມາໃຫມ່ ແມ່ນ world news ເປັນຂ່າວຈາກທົ່ວທຸກມຸມໂລກ ແລະ video ກໍເປັນວີດີໂອຫັ້ນລະ :D

ແຜນໃນອະນາຄົດເດະ ເປັນແນວໃດ ?

ຍອມຮັບວ່າ ບໍ່ໄດ້ວາງແຜນຫຍັງໄວ້ເລີຍ ເພາະຫົວຫນ້າແກ໊ງເອງກໍຍັງເປັນນິສິດນັກສຶກສາ ຈະຈົບບໍ່ຈົບຍັງບໍ່ຮູ້ ເວລາທີ່ເຫລືອໃຫ້ໃຊ້ໃນແຕ່ລະມື້ກໍຫນ້ອຍເຕັມທົນ ແຕ່ຈະຂຽນ ຈະແປ ແບບນີ້ໄປເລື່ອຍໆ ຈົນກວ່າໂລກຈະແຕກກກກກກກກກກກ ໃຜມີຫຍັງທີ່ຫນ້າສົນໃຈ ແວະມາບອກກັນໄດ້ເດີ້. ຝາກບອກອີກຫນ້ອຍຫນຶ່ງ ສຳລັບຜູ້ທີ່ສົນໃຈ ໃນເລື່ອງລາວຂອງຟອນຕ໌ລາວ ລອງຮຽນອອກແບບ ແລ້ວສ້າງເປັນຟອນຕ໌ຂອງຕົວເອງໄວ້ ເພາະເຮົາມີແຜນຈະແຈກຟອນຕ໌ລາວຊຸດໃຫຍ່ຟຣີ ເທື່ອນີ້ບໍ່ fake ແລະ fail ແນ່ນອນ :P ໃຜທີ່ເຮັດບໍ່ເປັນ ສຶກສາເບື້ອງຕົ້ນໃນວີດີໂອ ໃນຫມວດ ວີດີໂອ

ວັນເກີດຈິງໆຂອງ GraphicME ແມ່ນ ວັນທີ 6 ເມສາ ແຕ່ເປີດຕົວໃນອີກເຈັດວັນຕໍ່ມາ ນັ້ນຄືວັນທີ 13 ເມສາ, ໃນປີທີສອງນີ້ ມາພ້ອມກັບໂລໂກ້ຕົວໃຫມ່

ໂລໂກ້ GraphicME ປີສອງ

ສຸດທ້າຍ ຂໍຂອບໃຈ punlaohosting ມານະທີ່ນີ້ດ້ວຍ – ທ້າຍສຸດລອງເດົາກັນຫລິ້ນໆເບິ່ງວ່າ ໂລໂກ້ຕົວໃຫມ່ນີ້ ມັນແມ່ນຮູບຫຍັງ ? ຂໍບອກກ່ອນວ່າບໍ່ແມ່ນຫອຍເດີ້ ຮະຮະ, ຄົນທຳອິດທີ່ຕອບຖືກ* ດຽວເອົາຟອນຕ໌ລາວ-ບິຕແມັປໃຫ້ໄປໃຊ້

Lao-Bitmap

*ຕ້ອງເປັນສະມາຊິກເວັບບອດເນີ້ ເພາະຈະໄດ້ສົ່ງໄປໃຫ້ທາງທີ່ຢູ່ e-mail ທີ່ໃຊ້ສະຫມັກສະມາຊິກ

​ບົ​ດຄວາມ​ອື່ນໆ:

Tags: , , , , ,

  • so7rus

    it’s a paint brush :D

  • http://graphicme.com/ nixsona

    That’s right !

  • http://laopop4u.blogspot.com LaoPop4u

    Congratulation on 1st year ^o^
    ຈະຕິດຕາມເວັບນີ້ອີກຕໍ່ໄປ

  • Kaiyasith

    ໂລໂກງາມຫລາຍເດີ້ສະຫາຍ ໂອ້ຍຖືກໃຈຫລາຍ