ຟອນຕ໌ອີກຫນຶ່ງຕົວ ໃນຮູບແບບທີ່ຟອນຕ໌ທຸກພາສາຕ້ອງມີ ນັ້ນຄືຟອນຕ໌ໃນແນວສໍຂາວ ຂຽນເທິງກະດານດຳ ກະດານຂຽວກະວ່າກັນໄປ, ເຊິ່ງຖືເປັນຟອນຕ໌ຫນ້າໃຊ້ອີກຕົວຫນຶ່ງ ຈາກນັກອອກແບບຟອນຕ໌ Allsmile . ໃນທາງເທັກນິກ ການສ້າງຟອນຕ໌ຕົວນີ້ ແມ່ນໃຊ້ການແທຣັກ (ປ່ຽນ raster ໄປເປັນ vector) ຈາກເສັ້ນ brush ໃນ photoshop ໄປເປັນເສັ້ນເວັກເຕີ້ໃນ fontlab ເຊິ່ງວິທີນີ້ຈະເຮັດໃຫ້ເສັ້ນເວັກເຕີ້ທີ່ໄດ້ມີລັກສະນະຫຍາບ ແລ້ວເຮັດໃຫ້ເບິ່ງຄ້າຍເສັ້ນສໍຂາວ ທີ່ຂຽນເທິງກະດານຫຍາບໆ ກາຍເປັນລາຍເສັ້ນແບບບໍ່ຈົງໃຈ ນອກຈາກຮູບແບບນີ້ ມັນຍັງເຫມາະສຳລັບ ໃຊ້ສ້າງຟອນຕ໌ລາຍມືອີກດ້ວຍ. ຮູ້ສຶກວ່າລາວຍັງບໍ່ມີຟອນຕ໌ໃນຮູບແບບນີ້ເທື່ອ ເຊິ່ງຟອນຕ໌ນີ້ອາດຈະເປັນຟອນຕ໌ທຳອິດກໍວ່າໄດ້.
Continue Reading
Lao Alphabet Artwork by Manilla Chounlamountri
Posted on 04. Oct, 2012 by GraphicME Teamwork.
ມີໂອກາດໄດ້ໄປເຫັນຜົນງານຂອງຄົນລາວຄົນຫນຶ່ງ ທີ່ຕອນນີ້ເພິ່ນອາໄສຢູ່ໃນປະເທດອາເມຣິກາ. ເປັນການອອກແບບແຜງຕາລາງອັກສອນລາວ ທີ່ຫມູ່ເຮົາເຈົ້າຂ້ອຍ ເຄີຍໄດ້ເລົ່າໄດ້ທ່ອງກັນ ໃນຕອນໄວເຍົາ. ຈະວ່າແລ້ວຢາກເຫັນແບບເຕັມໆຊຸດ.
Continue Reading
New Lao Font : Allsmile Ubanku Font from Allsmile
Posted on 12. Jun, 2012 by GraphicME Teamwork.
ເອົາຟອນຕ໌ມາແຈກອີກແລ້ວວວວວ ຖ້ຽວນີ້ເປັນຜົນງານ ຂອງນັກອອກແບບຟອນຕ໌ ມີນາມວ່າ “Allsmile” ນັກອອກແບບຟອນຕ໌ ສາຍເລືອດລາວ ຮ້ອຍສ່ວນຮ້ອຍ (ແຕ່ໃນເວລານີ້ເພິ່ນກຳລັງສຶກສາຕໍ່ທີ່ປະເທດໄທ) . ເປັນຟອນຕ໌ຫນ້າຕາສະອາດສະອ້ານ ຊື່ “ອໍລລ໌ສະໄມລ໌ ຢູ່ບ້ານກູ” ຮູບຮ່າງງົດງາມ ລຽບງ່າຍ ເຫມາະແກ່ການໃຊ້ອອກແບບກຣາຟິກທົ່ວໄປ ທີ່ຫນ້າສົນໃຈຄື ເພີ່ນອອກແບບທັງຫມົດໃນໂປຣແກຣມ fontlab studio ໂດຍກົງເລີຍ ເຊິ່ງຖືວ່າ ຫາກບໍ່ຊຽນຈິງ ເຮັດໄດ້ຍາກກກກ.
Continue Reading
Lao New Year 2555 Creative Promoting Posters
Posted on 11. Apr, 2012 by GraphicME Teamwork.
ຫລັງຈາກທີ່ບລັອກງຽບໄປຕັ້ງບັກໂດນນນນໂດ້ນນນ ເຊິ່ງກໍກິນເວລາໄປຫລາຍເດືອນສົມຄວນ ຫາກໍມີເວລາມາແວະອັບໂພສ (ຮູ້ສຶກຜິດເປັນຍ່ອມໆ) ຊ່ວງເວລານິ້ມີວັນສຳຄັນຢູ່ ສອງ ວັນຄື ວັນຂຶ້ນປີໃຫມ່ລາວ ພ.ສ. ໒໕໕໕ (ປີນີ້ຄົງສຸກສັນຫົວກັນມັນຕະຫລອດປິ) ແລະ ອີກມື້ຫນຶ່ງແມ່ນ ວັນເກີດ ກຣາຟິກມີ ຄົບຮອບ ໒ ປິເຕັມ (໑໓ ເມສາ) ເຊິ່ງຫນຶ່ງປີທີ່ຜ່ານມາ ບໍ່ມີຫຍັງເກີດຂຶ້ນເລີຍ ເຢ້ ! T.T
Continue Reading
New Lao Font : Lao-Zombie Font from GraphicME
Posted on 21. Jan, 2012 by GraphicME Teamwork.
ຫລັງຈາກທີ່ປ່ອຍໄວ້ໃນ GraphicME group ໄດ້ໄລຍະຫນຶ່ງແລ້ວ ຕອນນີ້ເລີຍເອົາມາປ່ອຍໃຫ້ດາວນ໌ໂຫລດກັນໃນເວັບ ເຊິ່ງມາພ້ອມກັບລະບົບໃຫມ່ຂອງການດາວນ໌ໂຫລດໄຟລ໌ ເພື່ອຄວາມສະດວກເລີຍຈັດໃຫ້ດາວນ໌ໂຫລດໃນຫນ້າໂພສໄດ້ເລີຍ. ຕໍ່ກັບຟອນຕ໌ນີ້ ເປັນຟອນຕ໌ລອງຂອງ ທີ່ອອກແບບ ແບບຫຍາບໆ ເລື່ອງຂອງເລື່ອງກໍຄື ຊ່ວງນັ້ນ ໂປຣແກຣມ Ai (ທີ່ປົກກະຕິໃຊ້ສ້າງ graph)ໃຊ້ງານບໍ່ໄດ້ ກໍເລີຍລອງຂອງ ຜ່ານໂປຣແກຣມ fontlab ຫນ້າຕາກໍເປັນດັ່ງທີ່ເຫັນ. ຍັງນຶກບໍ່ອອກວ່າມັນຈະໃຊ້ງານຫຍັງໄດ້ແດ່ ໃຜເອົາໄປໃຊ້ແລ້ວ ເອົາຜົນງານມາໃຫ້ເບິ່ງແດ່.
Continue Reading
Lao Typeface Design Topic in Vientiane Barcamp 2011
Posted on 22. Nov, 2011 by GraphicME Teamwork.
ຈົບລົງແລ້ວ ສຳລັບ ງານ ບາຣ໌ແຄັມວຽງຈັນ 2011 ເປັນຄັ້ງທີສອງ ຫລັງຈາກທີ່ຈັດເປັນຄັ້ງທຳອິດໃນນະຄອນຫລວງວຽງຈັນ ແລະ ປະເທດລາວ ໃນປີທີ່ຜ່ານມາ, ມ່ວນ ມ່ວນຈິງໆ ຈັງໆ ກ່ອນອື່ນຕ້ອງຂໍຖ້າວຄວາມໃຫ້ເຂົ້າໃຈນຳກັນກ່ອນວ່າ ງານ barcamp ມັນແມ່ນຫຍັງ ? barcamp ບໍ່ແມ່ນງານອອກແຄັມລຸຍປ່າ ແລະ ບໍ່ກໍໄດ້ກ່ຽວຫຍັງກັບບາຣ໌ເຫລົ້າບາຣ໌ເບຍ ແຕ່ຢ່າງໃດ ແຕ່ barcamp ແມ່ນງານສຳມະນາທີ່ບໍ່ເປັນທາງການ ທຸກຄົນໆມີສິດເຂົ້າຮ່ວມ ບໍ່ວ່າທ່ານຈະເປັນໃຜ ຢູ່ໃສ ນອກຫລືໃນປະເທດ ທ່ານກໍສາມາດເຂົ້າຮ່ວມງານໄດ້ແບບບໍ່ ມີເງື່ອນໄຂໃດໆ ໂດຍທີ່ຜູ້ເຂົ້າຮ່ວມຈະສາມາດເປັນຜູ້ຟັງ ຫລື ຜູ້ເວົ້າກໍໄດ້ ແລະ ສາມາດສະເຫນີຫົວຂໍ້ຂຶ້ນເວົ້າໄດ້ແບບອິດສະຫລະ ອາດເປັນຫົວຂໍ້ທີ່ທ່ານມີຄວາມຮູ້ ຄວາມຖະຫນັດ ຫລື ເປັນໂຄງການໃດຫນຶ່ງທີ່ທ່ານກຳລັງດຳເນີນການຢູ່ ແລ້ວຢາກແບ່ງປັນຄວາມຮູ້ ປະສົບການໃນເລື່ອງລາວນັ້ນໆ ໃນງານນີ້ໄດ້ເລີຍທັນທີ. ຫົວຂໍ້ອາດເປັນເລື່ອງທີ່ມີສາລະສຳຄັນ ຫລື ເລື່ອງລາວທົ່ວໄປ ກໍໄດ້ ຖ້າຫາກທ່ານຍັງບໍ່ທັນມີຫຍັງຢາກເວົ້າເທື່ອ ກໍສາມາດໄປເລືອກຮັບຟັງຫົວຂໍ້ທີ່ທ່ານຜູ້ອື່ນເວົ້າພຽງຢ່າງດຽວກໍໄດ້ເຊັ່ນກັນ ທີ່ສຳຄັນຄືມີຜູ້ເຂົ້າຮ່ວມຈາກຕ່າງປະເທດອີກດ້ວຍ(ນີ້ມັນງານອິນເຕີຊັດໆ).
Continue Reading
Wacom’s Inkling Captures What You Draw On Paper Digitally
Posted on 31. Aug, 2011 by GraphicME Teamwork.
Wacom ໄດ້ເປິດຕົວຜະລິດຕະພັນຕົວໃຫມ່ ທີ່ຫນ້າທຶ້ງ ມີຊື່ວ່າ “Inkling” ເຊິ່ງເຈົ້າຫມໍນີ້ ລັກສະນະເປັນ ປາກກາສະເກັດແບບດີຈິຕອລ ໃຊ້ເພື່ອບັນທຶກພາບ ທີ່ເຮົາແຕ້ມໃສ່ປຶ້ມ ຫລື ເຈ້ຍຫຍັງກໍໄດ້ ແລ້ວມັນຈະຖືກບັນທຶກ ໃນຮູບແບບດີຈິຕອລ ແບບອັດຕະໂນມັດ ແບບເສັ້ນຕໍ່ເສັ້ນ ໂດຍພຽງແຕ່ຫນີບເຈ້ຍທີ່ຈະແຕ້ມ ໃສ່ກັບຕົວຮັບຂໍ້ມູນ ແລະໃຊ້ຄູ່ກັບ Inkling Digital Pen ຕໍ່ຈາກນັ້ນກໍໂອ້ນເຂົ້າຄອມ ເພື່ອໄປແຕ່ງສີຕີແບບ ຕາມຮູບແບບຂອງໃຜມັນ ໃນພາຍຫລັງໄດ້.
Continue Reading
“My FAQ : How I Do Art ?” by Defago
Posted on 03. Jun, 2011 by GraphicME Teamwork.
ພາຍຫລັງຈາກທີ່ຫລາຍຕໍ່ຫລາຍຄົນ ສົງໄສ ແລະ ໄຖ່ຖາມຫລາຍຕໍ່ຫລາຍຄັ້ງເຖິງ ວິທີການສ້າງສັນຜົນງານຂອງ Defago ສິລະປິນຄອມພິວເຕີລາວ ເພີ່ນເລີຍເຮັດກຣາຟ ບອກເຖິງຂະບວນການ ການສ້າງງານສິລະປະຂອງຕົວເອງ ແບບເປັນຂັ້ນໆ ເຂົ້າໃຈງ່າຍ ແລະ ເປັນຊັດເຈນດີ. ເພີ່ນຍັງບອກຊ້ຳທ້າຍອີກວ່າ “ຫາແມ່ນໂປຣແກຣມບໍ່ທີ່ໃຊ້ສ້າງງານສິລະປະ ແຕ່ມັນຄືທັກສະຂອງສິລະປິນຕ່າງຫາກ” – Defago
Continue Reading
au8ust’s Interview : The Short Film “Calendar”
Posted on 25. May, 2011 by GraphicME Teamwork.
ຫາກໍຈົບໄປຫມາດໆ ສຳລັບເທດສະການຮູບເງົາສາກົນວຽງຈັນຄັ້ງທີ 2 ຫລື Vientianale International Film Festival 2011 ນອກຈາກຈະມີການສາຍຮູບເງົາ ຈາກທົ່ວໂລກແລ້ວ ງານນີ້ຍັງເປີດໂອກາດ ໃຫ້ກັບຜູ້ກຳກັບທັງມືອາຊີບ ແລະ ສະຫມັກຫລິ້ນໄດ້ ສະແດງຄວາມສາມາດ ໃນເລື່ອງຂອງສາຍງານຮູບເງົາ ໂດຍການຈັດປະກວດຮູບເງົາສັ້ນຂຶ້ນ, ທາງ graphicme ໄດ້ຮັບກຽດ(ໂດຍບໍ່ໄດ້ມອບຫມາຍ)ສຳພາດ au8ust ຜູ້ກຳກັບ ຮູບເງົາສັ້ນເລື່ອງ “Calendar” ເຊິ່ງເລື່ອງນີ້ຄວ້າໄປເຖິງສອງລາງວັນຄື
Continue Reading
Create Watermark with Brushes in Photoshop
Posted on 24. May, 2011 by GraphicME Teamwork.
ປົກກະຕິທ່ານສ້າງລາຍນ້ຳ(watermark)ໃສ່ຜົນງານຂອງຕົວເອງດ້ວຍວິທີໃດ? ບົດຄວາມນີ້ ຈະບອກເຖິງເທັກນິກສັ້ນໆ ການປະຍຸກໃຊ້ brush ໃນ adobe photoshop ເພື່ອເຮັດລາຍນ້ຳທີ່ທັງງ່າຍ ແລະ ສະດວກເວລາໃຊ້ງານ ໂດຍສະເພາະເວລາທີ່ ເຮົາມີຜົນງານເປັນຈຳນວນຫລາຍໆ ແຕ່ຕ້ອງມານັ່ງແປະລາຍນ້ຳເທື່ອລະອັນ ອາດຈະບໍ່ພຶງປາຖະຫນາ ສຳລັບໃຜຫລາຍໆຄົນ.









